ສະເໜີລັດຖະບານປະຕິຮູບ 5 ລັດວິສາຫະກິດໃຫ້ສອດຄ່ອງຕາມກົດໝາຍ

   

     ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງ ຮີບຮ້ອນດຳເນີນການປະຕິຮູບ 5 ລັດວິສາຫະກິດທີ່ເປັນຍຸດທະສາດ ເພື່ອແນໃສ່ຮັບປະກັນບໍ່ໃຫ້ຊັບສິນຂອງລັດເສຍຫາຍ ບໍ່ສ້າງໜີ້ສິນເພີ່ມ ພ້ອມທັງສຶກສາອົບຮົມການເມືອງ ນໍາພາແນວຄິດ ຕໍ່ພະນັກງານກໍາມະກອນຂອງລັດວິສາຫະກິດທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດແຜນປະຕິຮູບລັດວິສາຫະກິດ ໃຫ້ສອດຄ່ອງຕາມກົດໝາຍ ມີປະສິດທິຜົນ ແລະ ບັນລຸຕາມແຜນການ ຮັບປະກັນໃຫ້ມີຜົນກະທົບຕໍ່ແນວຄິດພະນັກງານລັດວິສາຫະກິດໜ້ອຍທີ່ສຸດ.

     ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ວັນທີ 22 ມິຖຸນາ 2022 ວ່າ:  ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວສອດຄ່ອງຍິ່ງຂຶ້ນ ຄະນະປະຈຳ ສພຊ ສະເໜີໃຫ້ລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງ ຕ້ອງດຳເນີນການປະຕິຮູບລັດວິສາຫະກິດທີ່ເປັນລັກສະນະຍຸດທະສາດ ເປັນຕົ້ນ ລັດວິສາຫະກິດໄຟຟ້າລາວ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ບໍລິສັດຜະລິດໄຟຟ້າລາວມະຫາຊົນ ລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດພັດທະນາອຸດສາຫະ ກຳ-ກະສິກຳ ບໍລິການຂາເຂົ້າ-ຂາອອກ ໂດຍໃຫ້ລັດຖະບານເອົາໃຈໃສ່ປະຕິບັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ມາດຕາ 14 ກ່ຽວກັບການຄຸ້ມຄອງຊັບສິນຂອງລັດ ວັກທີ 3 ທີ່ກຳນົດວ່າ ຖ້າຊັບສິນມີລັກສະນະຍຸດທະສາດ ຫຼືມີຄວາມສຳຄັນລະດັບຊາດ ແມ່ນສະພາແຫ່ງຊາດເປັນຜູ້ຕົກລົງສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດການປະຕິຮູບແຕ່ລະລັດວິສາຫະກິດໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ມາດຕາ 38 ທີ່ໄດ້ກຳນົດວ່າ ການຂາຍຊັບສິນຂອງລັດ ຕ້ອງໄດ້ປະເມີນລາຄາໂດຍຄະນະກຳມະການທີ່ກ່ຽວຂ້ອງ ແລະ ຕ້ອງດຳເນີນຕາມຂັ້ນຕອນການປະມູນແບບເປີດກວ້າງ ໂປ່ງໃສ ຍຸຕິທຳ ຮັບປະກັນຜົນປະໂຫຍດສູງສຸດຂອງລັດ ແລະ ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

    ພ້ອມນີ້ ຍັງໃຫ້ຮີບຮ້ອນປະເມີນຜົນການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດທີ່ຍັງບໍ່ໄດ້ປະເມີນຈຳນວນ 137 ຫົວໜ່ວຍ ທີ່ຍັງເຫຼືອໃຫ້ສຳເລັດໂດຍໄວ ແລະ ຄົ້ນຄວ້າບັນຊີລາຍຊື່ລັດວິສາຫະກິດ ເອົາເຂົ້າແຜນຕາມແຕ່ລະປະເພດຕາມຄວາມເໝາະສົມ ກະກຽມສະຫຼຸບສັງລວມຜົນຂອງການປະຕິຮູບບັນດາລັດວິສາຫະກິດປີ 2022 ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສພຊ ຊຸດທີ IX ໂດຍຍົກໃຫ້ເຫັນຕົວຊີ້ບອກທາງດ້ານເສດຖະກິດ ເປັນຕົ້ນ ຕົວເລກມູນຄ່າຊັບສິນ ແລະ ໜີ້ສິນຂອງລັດ ຈໍານວນລັດວິສາຫະກິດໃນແຕ່ລະປະເພດທີ່ຈັດແບ່ງຕາມ 4 ປະເພດ ປະເມີນຕີລາຄາການປະຕິຮູບໄລຍະຜ່ານມາ ແລະ ຄາດຄະເນຜົນທີ່ຈະໄດ້ຮັບຈາກການປະຕິຮູບລັດວິສາຫະກິດໃນໄລຍະສັ້ນ ແລະ ໄລຍະກາງ ພ້ອມທັງໃຫ້ຮີບຮ້ອນຄົ້ນຄວ້າອອກຂໍ້ຕົກລົງວ່າດ້ວຍກໍານົດໝາຍເງິນເດືອນ ເງິນອຸດໜູນ ເງິນນະໂຍບາຍ ແລະ ລາຍຈ່າຍບໍລິຫານຂອງລັດວິສາຫະກິດ ຄວນໃຫ້ສົມທຽບກັບຂໍ້ຕົກລົງກຳນົດໝາຍລາຍຈ່າຍຂອງລັດຖະບານ ເລກທີ 4000 ຊີ້ແຈງສາເຫດ ແລະ ຄວາມຈໍາເປັນໃນການໃຊ້ຈ່າຍເຫຼົ່ານັ້ນ ແລະ ສ້າງນິຕິກຳນີ້ໃຫ້ສໍາເລັດໂດຍໄວ ຈາກນັ້ນ ລາຍງານຕໍ່ຄະນະປະ ຈຳ ສພຊ ເນື່ອງຈາກໄລຍະຜ່ານມາ ບັນຫາດັ່ງກ່າວຍັງເປັນດ້ານອອ່ນ ແລະ ຂໍ້ຄົງຄ້າງຂອງລັດວິສາຫະກິດ ແລະ ເປັນສາເຫດໜຶ່ງຂອງການດຳເນີນທຸລະກິດທີ່ບໍ່ມີປະສິດທິຜົນ.

     ຕໍ່ກັບທິດທາງການປະຕິຮູບໃນໄລຍະກາງ ແລະ ໄລຍະຍາວ ສະເໜີລັດຖະບານຮີບຮ້ອນຄົ້ນຄວ້າ ສ້າງວິໄສທັດ ແລະ ຍຸດທະສາດການພັດທະນາລັດວິສາຫະກິດແບບຍືນຍົງຕາມທິດສັງຄົມນິຍົມ ເພື່ອສະເໜີໃຫ້ ສພຊ ພິຈາລະນາຕື່ມອີກ.

error: Content is protected !!