ຮອງນາຍົກລັດຖະມົນຕີ ຊີ້ນຳການພັດທະນາເຂດເສດຖະກິດພິເສດບໍ່ເຕນແດນງາມ

    ວັນທີ 22 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ໄດ້ເປັນປະທານກອງປະຊຸມພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕນແດນງາມ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference) ມີຕາງໜ້າກະຊວງ ອົງການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງ ແຂວງຫຼວງນໍ້າທາ ພ້ອມຄະນະຮັບຜິດຊອບພັດທະນາເຂດເສດຖະກິດພິເສດບໍ່ເຕນແດນເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການພັດທະນາເຂດເສດຖະກິດພິເສດ ບໍ່ເຕນແດນງາມ ກໍຄືຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜົນກອງປະຊຸມຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິເສດບໍ່ເຕນແດນງາມ ຈາກຜູ້ພັດທະນາເຂດດັ່ງກ່າວ ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນຕໍ່ຂົງເຂດວຽກງານທີ່ຕິດພັນກັບຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ການປະຕິບັດກົດໝາຍ ແລະ ລະບຽບການໃນການພັດທະນາເຂດຂອງຜູ້ພັດທະນາ ແລະ ຜູ້ລົງທຶນ ການຄຸ້ມຄອງເຂດ ການກຳນົດຂອບເຂດໂຄງການຄືນໃໝ່ ການລ້ອມຮົ້ວອ້ອມເຂດ ການອະນຸມັດການລົງທຶນ ການຜັນຂະຫຍາຍການຈັດຕັ້ງປະຕິບັດເຂດຮ່ວມມືເສດຖະກິດບໍ່ເຕນ ສປປ ລາວ ແລະ ບໍ່ຫານ ສປ ຈີນ ການຄຸ້ມຄອງ ແລະ ສົ່ງເສີມແຮງງານລາວ ການນຳເຂົ້າທຶນ ແລະ ນຳໃຊ້ເງິນຕາຕ່າງປະເທດ ການເກັບພັນທະອາກອນ ແລະ ການນຳເຂົ້າ-ສົ່ງອອກສິນຄ້າ ການຄຸ້ມຄອງແຮງງານຕ່າງປະເທດ ແລະ ການສ້າງໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ ການອະນຸມັດປຸກສ້າງຢູ່ພາຍໃນເຂດ ການລົບລ້າງປ້າຍໂຄສະນາ ແລະ ທະບຽນພາຫະນະທີ່ບໍ່ຖືກຕ້ອງ ກວດກາຄືນການນຳໃຊ້ລະບົບໂທລະຄົມມະນາຄົມ ການຄຸ້ມຄອງທີ່ດິນ ແລະ ສິ່ງແວດລ້ອມ ການອອກແບບ ແລະ ຈັດສັນຜັງເມືອງ ການສະເໜີລົງທຶນກິດຈະການໂຮງຮຽນ ໂຮງໝໍ ແລະ ອື່ນໆ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!