“ພັນທະ​ລັງ” ຫວັງ​ຂຶ້ນ​ເປັນ​ມື 1 ດອກ​ປີກ​ໄກ່​ລາວ

    ທ້າວ ພັນທະ​ລັງ ອຸໄທ​ທານີ ນັກກີລາ​ດອກ​ປີກ​ໄກ່​ທີມ​ຊາດ​ລາວ ທັງ​ເປັນ ມື 1 ຂອງ​​ສປປ ລາວ ປະເພດ​ຄູ່​ປະສົມ ເມື່ອ​ບໍ່​ດົນ​ມາ​ນີ້ ໃຫ້​ຮູ້​ວ່າ: ໃນ​ໄລຍະ​ການ​ປ້ອງ​ກັນ​ການ​ແຜ່​ລະບາດ​ເຊື້ອ​ພະຍາດ ໂຄ​ວິດ-19 ນ້ອງ​ບໍ່​ໄດ້​ຢຸດ​ພັກ​ໃນ​ການ​ເຝິກຊ້ອມ​ກີລາ​ດອກ​ປີກ​ໄກ່ ໃນ​ໄລຍະ 2 ເດືອນ ຈົນ​ມາ​ຮອດ​ປັດຈຸບັນ ກໍ​ສືບຕໍ່​ເຝິກຊ້ອມ​ຢູ່​ທີ່​ສະໂມສອນ​ຂອງ​ຕົນ​ເອງ ສະໂມສອນ​ດອກ​ປີກ​ໄກ່ ເຈມ​ບອນ ບ້ານ​ທ່າ​ນາ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ແມ່ນ​ພໍ່​ເປັນ​ຜູ້​ວາງ​ແຜນການ​ເຝິກຊ້ອມ ແລະ ຖ່າຍ​ທອດ​ປະສົບ​ການ​ໃຫ້ ມື້ໜຶ່ງ​ຊ້ອມ​ມື້​ລະ 3-4 ຊົ່ວໂມງ ໃນ​ນັ້ນ ເນັ້ນ​ການ​ເຝິກຊ້ອມ​ເອົາ​ພະລະ​ກຳລັງ ເຕັກນິກ​ໃນ​ການ​ຕີ ລູກ​ເສີບ ລູກ​ຢອດ ແລະ ອື່ນໆ ບວກ​ກັບ​ນ້ອງ​ໄດ້​ຜ່ານ​ຜ່າ​ປະສົບ​ການ​ທີ່​ເຂົ້າ​ຮ່ວມ​ແຂ່ງຂັນ ແລະ ກວາດ​ແຊັມ​ລາຍການ​ຕ່າງໆ ທີ່​​ ສປ ຈີນ ນຳ​ມາ​ພັດທະນາ​ຕົນ​ເອງ ແລະ ໄດ້​ມີ​ການ​ພັດທະນາ ເຮັດ​ໃຫ້​ມີ​ທ່າ​ກ້າວ​ທີ່​ດີ​ຂຶ້ນ ຢ່າງ​ເຫັນ​ທັນຕາ ສາເຫດ​ທີ່​ເຮັດ​ໃຫ້​ຕົນ​ເອງ​ເຝິກຊ້ອມ​ໜັກ ກໍ​ເພື່ອ​ເປົ້າ​ໝາຍ​ຫຼັກ ກຽມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກີລາ​ດອກ​ປີກ​ໄກ່ ລາຍການ​ຕ່າງໆ ຈະ​ຈັດ​ຂຶ້ນ ທີ່ ​ສປ ຈີນ ໃນຕໍ່ໜ້າ​ນີ້ ພ້ອມ​ທັງ​ຫວັງ​ຢາກ​ຈະ​ກ້າວ​ຂຶ້ນ​ໄປ​ເປັນ​ນັກກີລາ​ດອກ​ປີກ​ໄກ່​ມື 1 ຂອງ​​ສປປ ລາວ ອີກ​ດ້ວຍ.

    ຢ່າງໃດ​ກໍ​ຕາມ ໃນ​ອາທິດ​ໜ້າ​ນີ້ ທາງ​ສະໂມສອນ​ຂອງ​ພວກ​ເຮົາ ກໍ​ຈະ​ໄດ້​ເລີ່ມ​ເປີດ​ສອນ​ກີລາ​ດອກ​ປີກ​ໄກ່ ໃຫ້​ຮຸ່ນ​ສືບ​ທອດ​ຄືນໃໝ່ ຫຼັງ​ຈາກ​ພັກຊົ່ວຄາວ ເພື່ອ​ປະຕິບັດ​ຕາມ​ແຈ້ງ​ການ 06 ຂອງ​ທ່ານ​ນາຍົກລັດຖະມົນຕີ ເພື່ອ​ປ້ອງ​ກັນ​ເຊື້ອ​ພະຍາດ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ສະນັ້ນ ຖື​ໂອກາດ​ນີ້ ຂໍ​ແຈ້ງ​ມາ​ຍັງ​ບັນດາ​ນັກກີລາ​ທັງ​ເຍົາວະ​ຊົນ ຊາວ​ໜຸ່ມ  ນັກກີລາ​ອາວຸໂສ ແລະ ຜູ້​ໃໝ່ ຈົ່ງ​ຮັບ​ຮູ້ ແລະ ພ້ອມ​ກັນ​ເຂົ້າ​ຮ່ວມ​ເຝິກຊ້ອມ​ໃນ​ຄັ້ງ​ນີ້​ດ້ວຍ.      ສຳລັບ​ຜົນງານ​ຂອງ ທ້າວ ພັນທະ​ລັງ ອຸໄທ​ທານີ ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ເຄີຍ​ສ້າງ​ຜົນງານ​ຄວ້າ​ຫຼຽນ​ທອງ ປະເພດ​ທີມ​ຊຸດ ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ ໃນ​ງານ​ກີລາ​ແຫ່ງ​ຊາດ ຄັ້ງ​ທີ 10 ທີ່​ແຂວງ​ອຸດົມ​ໄຊ ເປັນ​ເຈົ້າພາບ ເມື່ອ​ປີ 2014 ແລະ ຄວ້າ​ຫຼຽນ​ຄຳ​ປະເພດ​ດ່ຽວ​ຊາຍ ແລະ ຫຼຽນ​ເງິນ ຄູ່​ປະສົມ ໃຫ້​ທັບ​ນັກກີລາ​ນະຄອນຫຼວງ​ວຽງ​ຈັນ ໃນ​ງານ​ກີລາ​ນັກຮຽນ​ທົ່ວ​ປະເທດ ເມື່ອ​ປີ 2016 ທີ່​ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ເຈົ້າພາບ ນອກຈາກ​ນັ້ນ ກໍ​ຍັງ​ໄດ້​ໄປ​ສຶກ​ສາ​ຮຽນ​ຕໍ່ ທີ່ ​ສປ ຈີນ ແລະ ກໍ​ໄດ້​ຕາງໜ້າ​ສະໂມສອນ​ອາຊີບ ທີ່​ເຂົ້າ​ຮ່ວມ​ແຂ່ງຂັນ​ລາຍການ​ລະດັບ​ຊາດ​ຂອງ ​ສປ ຈີນ ແລະ ກໍ​ສາມາດ​ກວາດ​ແຊັມ​ລາຍການ​ຕ່າງໆ​ໃຫ້​ຕົ້ນ​ສັງກັດ ໂດຍ​ສະເພາະ​ໃນ​ປີ 2019 ຜ່ານ​ມາ​ນີ້ ກໍ​ສາມາດ​ຄອງ​ແຊັມ​ປະເພດ​ຄູ່​ປະສົມ ໃນ​ລາຍການ ທົ່ວ​ປະເທດ ອີກ​ດ້ວຍ.  

error: Content is protected !!