
ວິທະຍາໄລ (ວລ) ເຕັກນິກປາກປ່າສັກ ຈັດພິທີສະຫຼຸບບັ້ນແຂ່ງຂັນກີລາ ແລະ ເປີດຂະບວນແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ພ້ອມທັງສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 110 ປີ ໃນຕົ້ນເດືອນ ມີນາ 2020 ມີທ່ານ ສາຍຄຳ ພັນທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນກຳມະບານ ຊາວໜຸ່ມ ແລະ ແມ່ຍິງ ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນັກກີລາເຂົ້າຮ່ວມ.
ທ່ານນາງ ແກ້ວຕາ ດວງສະຫວັນ ປະທານສະຫະພັນແມ່ຍິງ ວິທະຍາໄລເຕັກນິກປາກປ່າສັກ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ແລະ ຜ່ານປະຫວັດ 8 ມີນາ ໂດຍຍົກໃຫ້ເຫັນເຖິງການຕ້ານການຄຸມຄາມ-ການໃຊ້ຄວາມຮຸນແຮງຕໍ່ເພດຍິງ ແລະ ເດັກນ້ອຍ ບົດບາດຍິງ-ຊາຍ ແລະ ຍ້ອງຍໍຊົມເຊີຍຕໍ່ຕັດສິນໃຈສູງຂອງເອື້ອຍນ້ອງຍິງຍາມໃດກໍໄດ້ທຸ້ມເທເຫື່ອແຮງ ສະຕິປັນຍາເຂົ້າໃນວຽກງານສິດສອນການສຶກສາອົບຮົມແນວຄິດຂອງນັກສຶກສາໃຫ້ເປັນຄົນດີ ເອົາໃຈໃສ່ປະຕິບັດລະບຽບວິໄນ ແລະ ຍາມໃດສະຫະພັນແມ່ຍິງກໍໄດ້ຄຽງບ່າຄຽງໄລ່ກັບ 3 ອົງການຈັດຕັ້ງມະຫາຊົນ ເພື່ອການພັດທະນາຄົນການຈັດຕັ້ງສັງຄົມກໍຄືປະເທດຊາດ ໂດຍຖືເອົາຜົນປະໂຫຍດສ່ວນລວມມາກ່ອນສ່ວນຕົວສະເໝີ.
ສຳລັບຜົນການຈັດຕັ້ງປະຕິບັດການແຂ່ງຂັນກີລາປະຈຳສົກຮຽນ 2019-2020 ເລີ່ມແຂ່ງຂັນວັນທີ 10 ກຸມພາ ແລະ ສຳເລັດວັນທີ 5 ມີນາ 2020 ມີທີມນັກກີລາເຂົ້າຮ່ວມທັງໝົດ 40 ທີມ 464 ຄົນ ຍິງ80 ຄົນ ແລະ ກີລາທີ່ຈັດແຂ່ງຂັນມີ 4 ປະເພດຄື: ດຶງເຊືອກຍິງ-ຊາຍ ກະຕໍ້ຊາຍ ເຕະບານຊາຍ (ມີທີມພະນັກ ງານຄູອາຈານ ແລະ ນັກສຶກສາ) ແລະ ບານສົ່ງຍິງ-ຊາຍ.
ຜົນການແຂ່ງຂັນດຶງເຊືອກນັກສຶກສາຊາຍຊະນະເລີດທີມພະແນກລົດຍົນ ອັນດັບ 2 ທີມຫໍພັກວັດຈັນ ແລະ ອັນດັບ 3 ທີມບໍລິຫານທຸລະກິດ ດຶງເຊືອກນັກສຶກສາຍິງຊະນະເລີດພາກວິຊາໂຮງແຮມທ່ອງທ່ຽວ ກະຕໍ້ນັກສຶກສາຊາຍ ຊະນະເລີດທີມພາກວິຊາບໍລິຫານທຸລະກິດ ອັນດັບ 2 ທີມຫໍພັກຂຸນຕາ ແລະ ອັນດັບ 3 ທີມພະແນກລົດຍົນເຕະບານ (ທີມພະນັກງານ ແລະ ຄູອາຈານ) ຊະນະເລີດທີມພາກວິຊາໄຟຟ້າ-ເອເລັກໂຕຣ ນິກອັນດັບ 2 ທີມພາກວິຊາອຸດສາຫະກຳ ແລະ ອັນດັບ 3 ທີມພາກວິຊາບໍລິຫານທຸລະກິດເຕະບານ (ນັກ ສຶກສາຊາຍ) ຊະນະເລີດ ທີມພາກວິຊາໄຟຟ້າ-ເອເລັກໂຕຣນິກ A ອັນດັບ 2 ທີມພະແນກລົດຍົນ A ແລະ ອັນດັບ 3 ທີມກໍ່ສ້າງເຄຫະສະຖານບານສົ່ງ (ນັກສຶກສາຊາຍ) ຊະນະເລີດທີມພະແນກຈັກກົນ+ຊ່າງຈອດ+ກໍ່ສ້າງ+ທ່ອງທ່ຽວໂຮງແຮມອັນດັບ 2 ທີມພາກວິຊາໄຟຟ້າ-ເອເລັກໂຕຣນິກ ແລະ ອັນດັບ 3 ທີມປ້ອງກັນວິທະຍາໄລບານສົ່ງ (ນັກສຶກສາຍິງ) ຊະນະເລີດ ທີມພາກວິຊາໂຮງແຮມ-ທ່ອງທ່ຽວ+ອຸດສາຫະກຳ ອັນດັບ 2 ທີມຫໍພັກວັດຈັນ ແລະ ອັນດັບ 3 ທີມບໍລິຫານທຸລະກິດ.