ມອບໃບຢັ້ງຢືນໃຫ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021

    ພິທີສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ຂອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຈັດຂຶ້ນວັນທີ 20 ມິຖຸນາ 2022 ທີ່ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາເລຂາໜ່ວຍພັກຮາກຖານ ເລຂາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ບຸນທະວີ ໄຊຍະເພັດ ເລຂາຄະນະພັກຮາກຖານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ກ່າວວ່າ:ໄລຍະຜ່ານມາ ຄະນະປະຈຳພັກ ຄະນະບໍລິຫານງານພັກກະຊວງ ໃຫ້ຄວາມສຳຄັນຕໍ່ວຽກງານກໍ່ສ້າງ ປັບປຸງການຈັດຕັ້ງຮາກຖານພັກຢ່າງຕໍ່ເນື່ອງ ກົມຈັດຕັ້ງ ແລະ ພະນັກງານ ແລະ ກົມກວດກາ ໃນຖານະທີ່ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກກະຊວງ ໃນການຄົ້ນຄວ້າອອກນິຕິກຳ ແລະ ແນະນຳກ່ຽວກັບເນື້ອໃນ ວິທີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນບ່ອນອີງໃຫ້ແກ່ບັນດາຮາກຖານພັກໃນທົ່ວອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຈັດຕັ້ງປະຕິບັດ ຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກວດກາການປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021.

   ທົ່ວອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ປະກອບມີທັງໝົດ 71 ຮາກຖານ ໃນນັ້ນ ມີ 11 ຄະນະພັກຮາກຖານ 5 ໜ່ວຍພັກຮາກຖານ ແລະ 55 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານຄະນະບໍລິຫານງານພັກກະຊວງກະສິກຳ ແລະ ປ່າໄມ້  ຜ່ານການກວດກາການປະເມີນຜົນການກໍ່ສ້າງໜ່ວຍພັກ  ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ສາມາດສັງລວມການສະເໜີຂອງບັນດາຮາກຖານພັກ ສະເໜີເປັນໜ່ວຍພັກປະເພດແຂງຈຳນວນ 48 ໜ່ວຍພັກ ເທົ່າກັບ 80% ແລະ ໜ່ວຍພັກກາງຈຳນວນ 12 ໜ່ວຍພັກ ເທົ່າກັບ 20%.

   ໃນຕອນທ້າຍຂອງພິທີ ທ່ານ ທອງພັດ ວົງມະນີ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໃຫ້ແກ່ໜ່ວຍພັກປະເພດແຂງຈຳນວນ 48 ໜ່ວຍພັກ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!