ໄຊທານີ ປັກດຳເຂົ້ານາປີໄດ້ 70% ພ້ອມເລັ່ງປູກພືດໃຫ້ສຳເລັດຕາມແຜນການ

    ປັດຈຸບັນ ຊາວກະສິກອນທົ່ວເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຂຸ້ນຂ້ຽວປັກດຳເຂົ້ານາປີເພື່ອໃຫ້ສຳເລັດທັນຕາມລະດູການ ເຊິ່ງແຜນການປູກເຂົ້ານາປີທົ່ວເມືອງ 15.200 ເຮັກຕາ ມາຮອດປັດຈຸບັນ ປັກດຳສຳເລັດ 70% ກວມເອົາ 10.735 ເຮັກຕາ.

    ອີງຕາມການໃຫ້ຂໍ້ມູນຂອງທ່ານ ທອງສຸກ ບົວລິຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ນະຄອນຫຼວງວຽງຈັນໃຫ້ຮູ້ວ່່່າ: ສຳລັບເມືອງໄຊທານີ ໄດ້ວາງແຜນປູກເຂົ້ານາປີ 15.200 ເຮັກຕາ ເຂົ້າຈ້າວ 570 ເຮັກຕາ ນຳໃຊ້ແນວພັນ 1.216 ໂຕນ ສະມັດຕະພາບ 4,60 ໂຕນຕໍ່ເຮັກຕາ ຄາດຜົນຜະລິດ 69.920 ໂຕນ ເຊິ່ງໄດ້ຕົກກ້າສຳເລັດ 100% ປັດຈຸບັນ ໄດ້ປັກດຳໄດ້ 10.735 ເຮັກຕາ ເທົ່າກັບ 70% ຂອງເນື້ອທີ່ແຜນການ ໃນນັ້ນນາດຳ 1.250 ເຮັກຕາ ນາຫວ່ານ 9.485 ເຮັກຕາ ໄຖກົບເຟືອງໄດ້ 15.200 ເຮັກຕາ ແລະ ຄາດວ່າຈະປັກດຳສຳເລັດໃນໄວໄວນີ້.

     ສຳລັບການປູກພືດຜັກ ເນື້ອທີ່ແຜນການປີ 3.047 ເຮັກຕາ ສ່ວນແຜນການ 6 ເດືອນຕົ້ນປີ 2.103 ເຮັກຕາ ປະຕິບັດໄດ້ໃນອາທິດນີ້ 22 ເຮັກຕາ ລວມຮອດປັດຈຸບັນ ປະຕິບັດໄດ້ 2.097 ເຮັກຕາ ເທົ່າກັບ 99,71 ເຮັກຕາ ການປູກພືດອຸດສາຫະກຳເນື້ອທີ່ແຜນການປີ 1.220 ເຮັກຕາ ແຜນການ 6 ເດືອນຕົ້ນປີ 357 ເຮັກຕາ ປະຕິບັດໄດ້ 827 ເຮັກຕາ ເທົ່າກັບ 147,6% ການປູກໄມ້ໃຫ້ໝາກແຜນການປີ 200 ເຮັກຕາ ປະຕິບັດໄດ້ 55 ເຮັກຕາ ເທົ່າກັບ 27,5% ປູກເຫັດແຜນການ 6 ເດືອນຕົ້ນປີ 1.500.000 ເບົ້າ ອາທິດນີ້ໄດ້ 10.000 ເບົ້າ ລວມຮອດປັດຈຸບັນໄດ້ 1.491.000 ເປົ້າ .

     ພ້ອມນັ້ນກໍໄດ້ເອົາໃຈໃສ່ສັກຢາປ້ອງກັນພະຍາດສັດ ແຜນການ 275.832 ໂຕ ປະຕິບັດໄດ້ 130.549 ໂຕ ເທົ່າກັບ 47,32% ກວດກາເຄື່ອນຍ້າຍສັດໄປບ່ອນອື່ນພາຍໃນອາທິດໄດ້ 4.506 ໂຕ ໃນນັ້ນ ໝູ 1.306 ໂຕ ໄກ່ 3.200 ໂຕ ເຄື່ອນຍ້າຍໄຂ່ໄດ້ 56.200 ແຕະ ເຄື່ອນຍ້າຍປາ 41,5 ໂຕນ ໃນນັ້ນ ມີປານິນ 36 ໂຕນ ປາດຸກ 5,5 ໂຕນ ກວດກາອະນາໄມຊີ້ນໃນໂຮງງານອາທິດນີ້ ໄດ້ 77 ໂຕ ການຜະລິດທາດຊີ້ນແຜນການ 18.065 ໂຕນ ປະຕິບັດໄດ້ໃນອາທິດນີ້ 726 ໂຕນ ລວມໄດ້ 8.503 ໂຕນ ເທົ່າກັບ 47,06%.

     ປັດຈຸບັນ ທົ່ວເມືອງໄຊທານີໄດ້ເປີດນໍ້າໃສ່ການຜະລິດ 11 ແຫ່ງ ໃນນັ້ນ ຈັກສູບນໍ້າ 9 ສະຖານີ ແລະ ອ່າງເກັບນໍ້າ 2 ແຫ່ງ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!