ສຳ​ມະ​ນາ​ “ການນຳສະເໜີການເງິນສີຂຽວ ໃຫ້ສະຖາບັນການເງິນ”

    ໂຄງການກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (LAFF) ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ (ທຫລ) ແລະ ສະມາຄົມການເງິນຈຸລະພາກ (ສມກຈ) ຈັດສໍາມະນາຫົວຂໍ້: “ການນໍາສະເໜີກ່ຽວກັບການເງິນສີຂຽວ (Green Finance) ໃຫ້ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ຢູ່ ສປປ ລາວ” ຂຶ້ນວັນທີ 21 ມິ​ຖຸ​ນາ 2022 ຢູ່ໂນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາແກ້ວ ວິສີສົມບັດ ຫົວໜ້າກົມບໍລິການ ທຫລ ທ່ານ ອິນ​ທ​ຣາ​ຈິດ ວີ​ເຈ​ສິ​ຣິ​ວັດ​ທະ​ນາ ຫົວ​ໜ້າ​ທິມ​ງານທີ່​ປຶກ​ສາໂຄງ​ການ AFC ທີ່ປຶກສາປະ​ຈໍ​າກອງ​ທຶນ LAFF ພ້ອມດ້ວຍຜູ້ຕາງໜ້າຈາກ ທຫລ ຄະນະຄຸ້ມຄອງບໍລິຫານກອງທຶນ ສມກຈ ບັນດາທະ​ນາ​ຄານ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແລະ ສກຈຮ ເຂົ້າຮ່ວມ.

    ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນດ້ວຍການລົງນາມສັນຍາຮ່ວມມືດ້ານການເງິນລະຫວ່າງລັດຖະບານເຢຍລະມັນ ຕາງໜ້າໂດຍທະນາຄານເພື່ອການພັດທະນາປະເທດເຢຍລະມັນ (KfW) ແລະ ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ໃນນາມເປັນຜູ້ຮັບທຶນຊ່ວຍເຫຼືອ ແລະ ທຫລ ໃນນາມເປັນຜູ້ຄຸ້ມຄອງບໍລິຫານໂຄງການ ດ້ວຍເງິນຊ່ວຍເຫຼືອໄລຍະ I ຈຳນວນ 3 ລ້ານເອີໂຣ ທີ່ໄດ້ລົງນາມສັນຍາໃນເດືອນມີນາ 2014 ໄລຍະທີ II ຈໍານວນ 6 ລ້ານເອີໂຣ ທີ່ໄດ້ລົງນາມສັນຍາໃນເດືອນສິງຫາ 2020 ໂດຍມີເປົ້າໝາຍເພື່ອສ້າງເປັນກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍການສະໜອງທຶນເງິນກູ້ໄລຍະຍາວທີ່ເປັນສະກຸນເງິນກີບ ຕາມເງື່ອນໄຂຕະຫຼາດໃຫ້ທະນາຄານທຸລະກິດ ແລະ ສກຈຮ ທີ່ມີຄວາມເຂັ້ມແຂງດ້ານການດຳເນີນງານ ດ້ານການເງິນ ແລະ ມີຍຸດທະສາດການປ່ອຍເງິນກູ້ຍ່ອຍ ໃຫ້ກຸ່ມລູກຄ້າ MSMEs ທີ່ນອນໃນເຂດນອກຕົວເມືອງໃຫຍ່ (ເງິນກູ້ຍ່ອຍຈະຖືກປ່ອຍອອກຢູ່ນອກພື້ນທີ່ 3 ຕົວເມືອງໃຫຍ່ຂອງນະຄອນຫຼວງວຽງຈັນ ເຊັ່ນ: ຈັນທະບູລີ ໄຊເສດຖາ ແລະ ສີສັດຕະນາກ).

    ກອງທຶນ LAFF ຕັ້ງຢູ່ກົມບໍລິການ ທ​ຫລ ເຊິ່ງໄລຍະຜ່ານມາໂຄງຮ່າງການຄຸ້ມຄອງບໍລິຫານກອງທຶນ ໄດ້ຮັບການຕົກລົງເຫັນດີຈາກອົງການຜູ້ໃຫ້ທຶນ ກໍຄື KfW ແລະ ທຫລ ເພື່ອຮັບປະກັນເຮັດໃຫ້ການຄຸ້ມຄອງບໍລິຫານກອງທຶນດັ່ງກ່າວມີປະສິດທິຜົນ ແລະ ມີຄວາມໂປ່ງໃສ ຮັບປະກັນເຮັດໃຫ້ກອງທຶນມີການຂະຫຍາຍຕົວ ເພື່ອເປີດໂອກາດໃຫ້ຫຼາຍທະນາຄານທຸ​ລະ​ກິດ ແລະ ສະຖາບັນການເງິນຈຸລະພາກ ໄດ້ກູ້ຢືມທຶນຈາກກອງທຶນ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ MSMEs ​ປັດຈຸບັນມີສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວ​ມ​ງານ​ກັບ​ກອງ​ທຶນ 7 ສະ​ຖາ​ບັນການ​ເງິນ (3 ທະ​ນາ​ຄານ​ທຸ​ລະ​ກິດ 4 ສກຈຮ) ລວມວົງເງິນທີ່​ໄດ້​ອະ​ນຸ​ມັດແຕ່​ເລີ່ມ​ໂຄງ​ການຈົນ​ຮອດ​ປັດ​ຈຸ​ບັນ 135 ຕື້​ກີບ ເຊິ່ງ MSMEs ເປັນອົງປະກອບສຳຄັນທີ່ປະກອບສ່ວນໃນການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຢ່າງຕໍ່ເນື່ອງ ປະກອບສ່ວນໃນການສ້າງວຽກເຮັດງານທຳໃຫ້ປະຊາຊົນ ແລະ ສ້າງລາຍຮັບໃຫ້ຜູ້ປະກອບການ MSMEs ຫຼື ວິສາຫະກິດລະດັບຄົວເຮືອນ.

    ການ​ເງິນ​ສີ​ຂຽວ​ ​ເປັນ​ຫົວ​ຂໍ້​ໃໝ່ທີ່ກອງ​ທຶນເຫັນ​ວ່າ ສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມງານ​ຂອງກອງທຶນ LAFF ​ຍັງ​ມີ​ຄວາມ​ສັບ​ສົນ​ກັນ​ຢູ່​ ໂດຍ​ທົ່ວ​ໄປກ່ຽວ​ກັບການ​ເງິນ​ສີ​ຂຽວ ຈຶ່ງ​ໄດ້​​​ກຳ​ນົດ​ຄຳ​ນິ​ຍາມ​ໃນ​ການ​ເຮັດ​ວຽກ​ກ່ຽວ​ກັບການ​ເງິນ​ສີ​ຂຽວ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​ ໃນ​ຂະ​ບວນການ​ດຳ​ເນີນ​ງານ​ຂອງກອງ​ທຶນ LAFF ເຊິ່ງບາດ​ກ້າວ​ຕໍ່​ໄປກອງ​ທຶນ​ຈະ​​​ຊຸກ​ຍູ້ສົ່ງ​ເສີມ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ​ຂອງກອງ​ທຶນ ຂະ​ຫຍາຍ​ການ​ປ່ອຍ​ເງິນ​ກູ້​ໃຫ້ກິດ​ຈະ​ກຳ​ທີ່​ເປັນການ​ເງິນ​ສີ​ຂຽວ ໂດຍ​ຈະ​ມີ​ການ​ສົນ​ທະ​ນາ​ກັນ ແລະ ແລກ​ປ່ຽນ​ນຳ​ກັນທີ່​ເປັນ​ປະ​ໂຫຍດ ເປັນ​ບ່ອນ​ອີງ​ໃນ​ການ​ນຳ​ໄປ​ສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ຊຸກ​ຍູ້​ສົ່ງ​ເສີມ​ວຽກ​ງານ​ການ​ເງິນ​ສີ​ຂຽວ ໃຫ້​ເກີດດອກ​ອອກ​ຜົນ​ໃນ​ອະ​ນາ​ຄົດ​.

# ຂ່າວ – ພາບ : ສະບາໄພ

error: Content is protected !!