ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂຄະດີໄດ້ 4000 ກວ່າເລື່ອງ

    ການດໍາເນີນກອງປະຊຸມສະໄໜສາມັນເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 21 ມິຖຸນາ 2022 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ  ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ພິຈາລະນາ ແລະ ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດວ້ຍການແກ້ໄຂບັນຫາຢາເສບຕິດ ທີ່ສະເໜີໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

     ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ລາຍງານວ່າ:  ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຜ່ານມາ ກໍາລັງປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການວິຊາສະເພາະ ນັບແຕ່ເດືອນ ກໍລະກົດ 2021 ຮອດວັນທີ 24 ພືດສະພາ 2022 ການປະຕິບັດວຽກງານດັ່ງກ່າວ ສາມາດແກ້ໄຂມ້າງທຳລາຍຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ ແລະ ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ ໄດ້ຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດລາຍຍ່ອຍ ລາຍກາງ ແລະ ລາຍໃຫຍ່ໃນທົ່ວປະເທດໄດ້ຫຼາຍເປົ້າໝາຍ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສໍາຫຼວດ ແລະ ທໍາລາຍສວນຝິ່ນ 569 ເຮັກຕາ ທໍາລາຍສວນ ກັນຊາ 4,2 ເຮັກຕາ ແລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບຄົວ ໄດ້ອອກໃບຢັ້ງຢືນໃຫ້ບໍລິສັດທີ່ເຂົ້າຮ່ວມປະຕິບັດໂຄງການປູກພືດທົດແທນການປູກຝິ່ນຢູ່ ສປປ ລາວ ຈໍານວນ 50 ບໍລິສັດ ທີ່ໄດ້ຈັດສັນອາຊີບໃຫ້ປະຊາຊົນຢູ່ທ້ອງຖິ່ນໄດ້ຫຼາຍກວ່າ 44.000 ຄອບຄົວ ບັນດາປະເທດເພື່ອນມິດ ແລະ ສາກົນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ໄດ້ເຂົ້າຮ່ວມຢ່າງເປັນຂະບວນກວາງຂວາງ ຄະນະພັກ-ຄະນະນຳແຕ່ລະຂັ້ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ເພີ່ມຄວາມຮັບຜິດຊອບຂອງຕົນສູງຂຶ້ນ ກຸ່ມເສບ ຂົນສົ່ງ ຄ້າຂາຍ ແລະ ຜະລິດຢາເສບຕິດມີຄວາມຢ້ານກົວ ຈຳນວນໜຶ່ງກໍຢຸດເຊົາ ເຈົ້າໜ້າທີ່ສາມາດທຳລາຍແຫຼ່ງຜະລິດ ແຫຼ່ງຊຸກເຊື່ອງຢາເສບຕິດໄດ້ຫຼາຍສົມຄວນ ເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງການເມືອງມີຄວາມສະຫງົບ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

      ແນວໃດກໍຕາມ ຖ້າທຽບໃສ່ກັບຄວາມຮຽກຕ້ອງການປັດຈຸບັນ ຖືວ່າຍັງບໍ່ໄດ້ຫຼາຍເທົ່າທີ່ຄວນ ສະນັ້ນ ໃນຕໍ່ໜ້າ ກຳລັງປ້ອງກັນຄວາມສະຫງົບຈະສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ໃຫ້ເຂັ້ມງວດ ແລະ ເຂັ້ມແຂງຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ວຽກງານດັ່ງກ່າວມີຜົນສຳເລັດຕາມລະດັບຄາດໝາຍ ໂດຍສະເພາະ ການສືບຕໍ່ຈັດຕັ້ງປະຕິບັດຕາມແຜນວຽກໄລຍະທີ 2 ຕາມ 6 ວຽກຈຸດສຸມທີ່ວາງໄວ້ ເປັນຕົ້ນ ວຽກງານການປັບປຸງການຈັດຕັ້ງ ແລະ ຍົກສູງຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງພາກສ່ວນກ່ຽວຂ້ອງ ລວມທັງຂີດຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນຳ-ນຳພາການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງຍິ່ງຂຶ້ນ.

     ຈາກນັ້ນ ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈິ້ມຕໍ່ບົດລາຍງານຂອງຄະນະລັດຖະບານ ເພື່ອໃຫ້ບັນດາ ສສຊ ປະກອບຄໍາເຫັນໃສ່ເນື້ອໃນຢ່າງມີຈຸດສຸມ   ເຊິ່ງການປະກອບຄໍາເຫັນໂດຍລວມ  ສສຊ ໄດ້ສະເໜີໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ມີຜົນສຳເລັດຫຼາຍຂຶ້ນ ແລະ ກາຍເປັນຄວາມຮັບຜິດຊອບໂດຍກົງຂອງແຕ່ລະພາກສ່ວນ  ການເຄື່ອນໄຫວປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຕ້ອງເດັດຂາດ ແລະ ທັນການ ຕ້ອງເພີ່ມໂຄສະນາເຜີຍແຜ່ ແນະນໍາລະບຽບກົດໝາຍ  ແລະ ຜົນຮ້າຍຂອງຢາເສບຕິດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອແນໃສ່ເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ປະກອບສ່ວນເຂົ້າໃນການສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ຫຼຸດລົງເລື້ອຍໆ.

# ຂ່າວ – ພາບ : ລັດເວລາ

error: Content is protected !!