ໂຄງການຈິດອາສາ ຊ່ວຍສ້າງເຮືອນຫຼັງໃໝ່ໃຫ້ຄອບຄົວທຸກຍາກຢູ່ບ້ານຜາລະແວກ

   ພິທີມອບ-ຮັບໂຄງການຈິດອາສາກໍ່ສ້າງ ແລະ ສ້ອມແປງເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກຂອງລູກຫຼານວິລະຊົນບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ອຸປະຖຳຊ່ວຍເຫຼືອໂດຍໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ໃຫ້ປະຊາຊົນບັນດາເຜົ່າບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງຄອບຄົວການນຳຮ່ວມກັບພາກກທຸລະກິດ ຈັດຂຶ້ນວັນທີ 20 ມິຖຸນາ 2022 ຢູ່ຫ້ອງປະຊຸມປົກຄອງເມືອງຮົ່ມ ກ່າວມອບໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາພັດທະນາຊີວິດການເປັນຢູ່ໃຫ້ປະຊາຊົນບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງຄອບຄົວການນຳ ຮ່ວມກັບພາກກທຸລະກິດ ແລະ ກ່າວຮັບໂດຍທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ມີທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງຮົ່ມ ບັນດາການນຳແຂວງ ການນຳເມືອງ ຄອບຄົວການນຳຂັ້ນສູງ ນັກທຸລະກິດ ມູນນິທິ ພະແນກການ ຫ້ອງການກ່ຽວຂ້ອງ ອຳນາດການປົກຄອງບ້ານ ແລະ ປະຊາຊົນທີ່ໄດ້ຮັບການຊ່ວຍເຫຼືອເຂົ້າຮ່ວມ.

    ໃນພິທີ ທ່ານ ນາງ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ໃຫ້ປະຊາຊົນບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງຄອບຄົວການນຳ ຮ່ວມກັບພາກກທຸລະກິດ ໄດ້ຂຶ້ນລາຍງານຄວາມເປັນມາຂອງໂຄງການວ່າ: ໂຄງການຈິດອາສານີ້ ແມ່ນໂຄງການທີ່ເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວການນຳຂັ້ນສູງຮ່ວມກັບພາກທຸລະກິດ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນປີ 2019 ເປັນຕົ້ນມາ ຈຸດປະສົງຂອງໂຄງການ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຫ່າງໄກສອກຫຼີກທີ່ເປັນຄອບຄົວທຸກຍາກໃນຂອບເຂດທົ່ວປະເທດ ເຊິ່ງບ້ານຜາລະແວກ ເປັນບ້ານໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການນີ້ ໂດຍມີການກໍ່ສ້າງທີ່ຢູ່ອາໄສ 14 ຄອບຄົວ ໃນນັ້ນ ປຸກສ້າງເຮືອນໃໝ່ 12 ຄອບຄົວ ແລະ ສ້ອມແປງ 2 ຄອບຄົວ ທີ່ທຸກຍາກຂາດເຂີນທີ່ພັກອາໄສ ໂຄງການໄດ້ເລີ່ມກໍ່ສ້າງວັນທີ 3 ພຶດສະພາ ແລະ ສຳເລັດກາງເດືອນມິຖຸນາ 2022 ມີມູນຄ່າການກໍ່ສ້າງທັງໝົດ 878.157.880 ກີບ ໃນນັ້ນ ໄດ້ຮັບທຶນງົບປະມານປະກອບສ່ວນຈາກຄອບຄົວການນໍາຂັ້ນສູງ ແລະ ພາກທຸລະກິດ 796. 617.880 ກີບ ແລະ ການປະກອບສ່ວນຂອງບໍລິສັດ ສາລະວັນ ພັດທະນາຂາເຂົ້າ-ຂາອອກ ທີ່ໄດ້ຮັບການມອບໝາຍໃຫ້ເປັນຜູ້ກໍ່ສ້າງໂຄງການມູນຄ່າ 81.540.000 ກີບ ໃນໂອກາດມອບຮັບໂຄງການຄັ້ງນີ້ ທາງໂຄງການຈິດອາສາ ຄອບຄົບການນໍາ ແລະ ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາຊ່ວຍເຫຼືອສັງຄົມ ຮ່ວມກັບສະມາຄົມເຊີນເຈີນປະເທດຈີນ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ຄອບຄົວທຸກຍາກ 14 ຄອບຄົວ ແລະ ໄປຢ້ຽມຢາມເບິ່ງເຮືອນປະຊາຊົນທີ່ໄດ້ຮັບການປຸກສ້າງໃໝ່ ແລະ ສ້ອມແປງ 14 ຄອບຄົວ ຈາກໂຄງການຈິດອາສາຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!