448 ຄົນ ເຂົ້າຮ່ວມເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ປະຈໍາປີ 2022

    ການສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2022 ວັນທີ 21 ມິຖຸນາ ທີ່ສູນສອບເສັງໂຮງຮຽນມັດທະຍົມຕອນປາຍ ມິດຕະພາບວຽງຈັນ-ໂຮ່ຈີມິງ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພະນັກງານຄູ-ອາຈານ ແລະ ຄະນະກໍາມະການສອບເສັງເຂົ້າຮ່ວມ.

    ທົ່ວພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ຮັບໂກຕາລັດຖະກອນຄູ ປະຈໍາປີ 2022 ທັງໝົດ 16 ໂກຕາ ເຊິ່ງການສອບເສັງບັນຈຸລັດຖະກອນຄູໃໝ່ຄັ້ງນີ້ ມີນັກສອບເສັງທັງໝົດ 448 ຄົນ ຍິງ 371 ຄົນ ໃນນີ້ ສາຍຄູການສຶກສາກ່ອນໄວຮຽນ 124 ຄົນ ຍິງ 124 ຄົນ ສາຍຄູປະຖົມສຶກສາ 140 ຄົນ ຍິງ 116 ຄົນ ສາຍຄູ ພາສາລາວ-ວັນນະຄະດີ 52 ຄົນ ຍິງ 42 ຄົນ ສາຍຄູ ຄະນິດສາດ 44 ຄົນ ຍິງ 24 ຄົນ ສາຍຄູ ພູມສາດ 24 ຄົນ ຍິງ 17 ຄົນ ສາຍຄູ ເຄມີສາດ 21 ຄົນ ຍິງ 11 ຄົນ ສາຍຄູ ຊີວະສາດ 39 ຄົນ ຍິງ 33 ຄົນ ແລະ ສາຍຄູ ພາສາຝຣັ່ງ ມີ 4 ຄົນ ຍິງ 4 ຄົນ ການສອບເສັງດັ່ງກ່າວ ທ່ານ ພູຂົງ ບັນນະວົງ ມີຄໍາເຫັນວ່າ: ວຽກງານໃນຂະແໜງການສຶກສາ ແລະ ກີລາ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ເປັນປັດໄຈຫຼັກຂອງການພັດທະນາເສດຖະກິດ-ສັງຄົມ ຈຳເປັນຈະຕ້ອງໄດ້ນຳໃຊ້ຊັບພະຍາກອນທີ່ມີຄຸນນະພາບ ມີຄວາມຮູ້ ຄວາມສາມາດ ແລະ ຄຸນສົມບັດ ຄົນຜູ້ໜຶ່ງມີຄວາມສາມາດເຮັດໄດ້ຫຼາຍໜ້າວຽກ ດັ່ງນັ້ນ ການສອບເສັງຄັດເລືອກເພື່ອບັນຈຸລັດຖະກອນ ຈະຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດຕາມລະບຽບຫັຼກການ ຂັ້ນຕອນ ວິທີການ ຕາມຄຳແນະນຳຂອງກະຊວງສຶກສາທິການ ແລະ ກີລາ ວາງອອກຢ່າງເຂັ້ມງວດ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດເຂົ້າມາເປັນລັດຖະກອນຄູ ຈຶ່ງຈະເຮັດໃຫ້ການສຶກສາມີຄຸນນະພາບ ສາມາດຮັກສາສະຖານະພາບເປັນສູນກາງຂອງການສຶກສາ ວິທະຍາສາດ ເຕັກໂນໂລຊີໄວ້ໄດ້ ເນື່ອງຈາກວ່າໂກຕາລັດຖະກອນຄູໃນປັດຈຸບັນມີຈຳນວນຈຳກັດ ຄືໄດ້ພຽງ 16 ໂກຕາ ທົ່ວພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແຕ່ພັດມີນັກສອບເສັງເຂົ້າຮ່ວມສອບເສັງທັງໝົດ 448 ຄົນ ຍິງ 371 ຄົນ ບັນຫາດັ່ງກ່າວນີ້ ຈຶ່ງເປັນບັນຫາທ້າທ້າຍຕໍ່ການຈັດຕັ້ງຂອງພະແນກສຶກສາທິການ ແລະ ກີລາ ກໍ່ຄືອົງການປົກຄອງນັບແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນ ທີ່ຈະຕ້ອງໄດ້ຊອກຫາວິທີການແກ້ໄຂຢ່າງເອົາຈິງເອົາຈັງ ຍ້ອນວ່າຄວາມຕ້ອງການຄູໃນແຕ່ລະໂຮງຮຽນຍັງມີສູງ ແຕ່ການສະໜອງໂກຕາພັດມີຈຳກັດ ຜູ້ບໍລິຫານການສຶກສາໃນແຕ່ລະຂັ້ນຈະຕ້ອງຖືເອົາວຽກງານການແກ້ໄຂບັນຫາຄູອາສາສະໝັກ ເປັນບຸລິມະສິດອັບດັບໜຶ່ງ ໂດຍມອບໃຫ້ເປັນຄວາມຮັບຜິດຊອບຂອງຄະນະພັກ-ຄະນະນຳແຕ່ລະຂັ້ນ ນຳໄປຈັດຕັ້ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການແກ້ໄຂບັນຫາຄູອາສາສະໝັກຢູ່ໃນນະຄອນຫຼວງວຽງຈັນ ເລກທີ 135/ຈນວ ໃຫ້ມີຜົນສຳເລັດໂດຍໄວ ເພື່ອຊ່ວຍເຫຼືອຄູອາສາສະໝັກ ເປັນຕົ້ນແມ່ນການຫັນເອົາຄູອາສາສະໝັກເຂົ້າເປັນພະລາກອນ ຫຼື ຄູຕາມສັນຍາ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!