ການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ

    ວັນທີ 20 ມິຖຸນາ 2022 ທ່ານນາງ ຂັນແກ້ວ ຫຼ້າມະນີເງົາ ຫັວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ຖະແຫຼງຂ່າວໃຫ້ຮູ້ວ່າ: ການຊື້ເງິນຕາຕ່າງປະເທດ ທະນາຄານທຸລະກິດສາມາດຊື້ເງິນຕາຕ່າງປະເທດຈາກບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີທຸລະກິດ ຫຼື ດໍາເນີນທຸລະກິດໃດໜຶ່ງຢູ່ ສປປ ລາວ ສ່ວນຮ້ານແລກປ່ຽນເງິນຕາຕົວແທນ ສາມາດຊື້ເງິນຕາຕ່າງປະເທດຈາກບຸກຄົນເທົ່ານັ້ນ ແລະ ວົງເງິນສູງສຸດທີ່ສາມາດຊື້ເງິນຕາຕ່າງປະເທດໄດ້ທັງໝົດຕໍ່ວັນ ແມ່ນບໍ່ເກີນຈໍານວນທຶນຈົດທະບຽນຂອງຮ້ານແລກປ່ຽນເງິນຕາຕົວແທນເທົ່ານັ້ນ .

    ສ່ວນການຂາຍເງິນຕາຕ່າງປະເທດ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສາມາດຂາຍເງິນຕາຕ່າງປະເທດໃຫ້ບຸກຄົນໄດ້ໃນວັງເງິນບໍ່ເກີນ 15 ລ້ານກີບ ຕໍ່ຄົນຕໍ່ວັນ ເຊິ່ງລູກຄ້າຕ້ອງລະບຸຈຸດປະສົງໃນການແລກປ່ຽນເງິນຕາຢ່າງຈະແຈ້ງ ພ້ອມທັງສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື ໜັງສືຜ່ານແດນໄວ້ເປັນຫຼັກຖານ ຮ້ານແລກປ່ຽນເງິນຕາຕົວແທນ ສາມາດຂາຍເງິນຕາຕ່າງປະເທດໃຫ້ແກ່ບຸກຄົນເທົ່ານັ້ນ ແລະ ບໍ່ສາມາດຂາຍເງິນຕາຕ່າງປະເທດໃຫ້ແກ່ນິຕິບຸກຄົນ ໂດຍວົງເງິນສຸງສຸດທີ່ສາມາດຂາຍໄດ້ທັງໝົດຕໍ່ວັນແມ່ນບໍ່ເກີນທຶນຈົດທະບຽນຂອງຮ້ານແລກປ່ຽນເງິນຕາຕົວແທນເທົ່ານັ້ນ.

error: Content is protected !!