ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 37

    ໃນວັນທີ 20 ມິຖຸນາ 2022 ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 37 ແບບທາງໄກ (37th ASEAN-Japan Forum) ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມຂອງ ໄທ ແລະ ຍີ່ປຸ່ນ.

    ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືອາຊຽນ-ຍີ່ປຸ່ນ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຍີ່ປຸ່ນ (2021-2025) ໂດຍກວມເອົາ 4 ຂົງເຂດບູລິມະສິດ ຄື: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ ຄູ່ຮ່ວມມືເພື່ອຄຸນນະພາບຊີວິດ ແລະ ຄູ່ຮ່ວມມືໃຈເຖິງໃຈ ພ້ອມນີ້ ກອງປະຊຸມ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ກໍຄືການສືບຕໍ່ຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24 ໃຫ້ເປັນຮູບປະທໍາ.

    ໂອກາດນີ້ ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ເປັນຕົ້ນແມ່ນການຊ່ວຍເຫຼືອຂອງຍີ່ປຸ່ນເຂົ້າໃນກອງທຶນຮັບມືກັບພະຍາດໂຄວິດ-19 ຂອງອາຊຽນ 1 ລ້ານໂດລາສະຫະລັດ ປະມານ 15 ຕື້ກີບ ແລະ ອີກ 50 ລ້ານໂດລາ ປະມານ 752,3 ຕື້ກີບ ສໍາລັບການສ້າງສູນຮັບມືສາທາລະນະສຸກສຸກເສີນຂອງອາຊຽນ ພ້ອມນີ້ ຍີ່ປຸ່ນໄດ້ຢືນຢັນຄວາມໝາຍໝັ້ນທີ່ຈະຊ່ວຍເຫຼືອອາຊຽນ ໃນການຟື້ນຟູຈາກໂຄວິດ-19 ແລະ ຈະຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ດ້ານສາທາລະນະສຸກ ດ້ານການຄ້າ ການເຊື່ອມໂຍງພາກພື້ນ ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ການເຊື່ອມຈອດ ການຫັນເປັນດີຈີຕອນ ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

    ໂອກາດດຽວກັນ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງມິດຕະພາບ ແລະ ການຮ່ວມມືລະຫວ່າງອາຊຽນ ແລະ ຍີ່ປຸ່ນ ໃນປີ 2023 ແລະ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2022 ນີ້.

# ຂ່າວ – ພາບ : ບຸນມີ

error: Content is protected !!