ສາລະວັນຢຶດໄມ້ຜິດກົດໝາຍຫຼາຍກວ່າ 20 ແມັດກ້ອນ

    ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2022 ທີ່ພະແນກດັ່ງກ່າວຂຶ້ນໃນທ້າຍອາທິດຜ່ານມາ ມີທ່ານ ອານຸສັກ ຈຳປາຄຳ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍເຈົ້າໜ້າທີ່ກອງກວດກາປ່າໄມ້ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ 8 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄົງປະດິດ ສໍຈະເລີນສຸກ ຮອງຫົວໜ້າກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຜ່ານບົດລາຍງານ 6 ເດືອນຕົ້ນປີວ່າ: ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກວດກາ ສືບສວນ-ສອບສວນຕໍ່ຜູ້ລະເມີດກົດໝາຍວ່າດ້ວຍປ່າໄມ້ ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ກົດໝາຍວ່າດ້ວຍອາຍາ ແລະ ບັນດານິຕິກຳກ່ຽວກັບຊັບພະຍາກອນປ່າໄມ້ ໂດຍໄດ້ເຄື່ອນໄຫວກວດກາລາດຕະເວນເພື່ອສະກັດກັ້ນການລັກລອບຕັດໄມ້ ຊື້-ຂາຍ ການເຄື່ອນຍ້າຍໄມ້ ແລະ ການບຸກລຸກເນື້ອທີ່ປ່າໄມ້ທີ່ຜິດລະບຽບກົດໝາຍຢູ່ 3 ເມືອງທີ່ມີຄວາມສ່ຽງຄື: ເມືອງສາລະວັນ ເມືອງຕຸ້ມລານ ແລະ ເມືອງລະຄອນເພັງເປັນປົກກະຕິ ໃນນັ້ນ ໄດ້ກວດຢຶດໄມ້ໄດ້ທັງໝົດ 100 ກວ່າຕັບ/ທ່ອນ ບໍລິມາດ 20,599 ແມັດກ້ອນ ກັກຢຶດລົດໄດ້ທັງໝົດ 5 ຄັນ ວຽກງານກວດກາປະຈຳດ່ານສາກົນລະໄລ ກວດກາໄມ້ທີ່ມີເອກະສານຖືກຕ້ອງຈຳນວນ 3.887.002 ທ່ອນ ບໍລິມາດ 14.343,198 ແມັດກ້ອນ ເພື່ອເຄື່ອນຍ້າຍໄປປະເທດ ສສ ຫວຽດນາມ ນອກນັ້ນ ກໍໄດ້ລົງເຄື່ອນໄຫວກວດກາລາດຕະເວນ ສະກັດກັ້ນການບຸກລຸກທີ່ດິນປ່າໄມ້ ການລັກລອບຊື້-ຂາຍ ການເຄື່ອນຍ້າຍສັດນໍ້າ ແລະ ສັດປ່າທີ່ຜິດລະບຽບກົດໝາຍຢູ່ຕະຫຼາດ ຕາມເສັ້ນທາງຈຸດຫຼໍ່ແຫຼມຂອງແຕ່ລະເມືອງ ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຕໍ່ບົດສະຫຼຸບວຽກງານ 6 ເດືອນຕື່ມອີກ.

error: Content is protected !!