ນັກຮຽນຄົນລາວ 66 ຄົນ ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ

    ຕາມແຫຼ່ງຂ່າວຈາກ CRI ປະຈຳລາວ ໃຫ້ຮູ້ວ່າ: ນັກຮຽນຄົນລາວຈໍານວນ 66 ຄົນ ໄດ້ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ ໃນວັນທີ 18 ມິຖຸນາປີ 2022 ຜ່ານມາ ເຮັດໃຫ້ນັກຮຽນຈໍານວນດັ່ງກ່າວ ກາຍເປັນຄົນລາວຊຸດທໍາອິດທີ່ເປັນຜູ້ຂັບລົດໄຟລາວ-ຈີນ ຢ່າງເປັນທາງການ.

    ອີງຕາມຂໍ້ມູນຈາກ ບໍລິສັດ ລົດໄຟລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການຂົນສົ່ງລົດໄຟລາວ-ຈີນ ເບື້ອງຝ່າຍລາວ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວາປີ 2021 ເປັນຕົ້ນມາ ພະແນກການນຳໃຊ້ ກວດກາ ແລະ ສ້ອມແປງລົດໄຟລາວ-ຈີນ ປະຈໍານະຄອນຫຼວງວຽງຈັນ ໄດ້ເລີ່ມສ້າງພະນັກງານທີ່ກ່ຽວຂ້ອງໄດ້ຢ່າງໄວວາ ພາຍຫຼັງໄດ້ຮັບການອົບຮົມມາເປັນເວລາປະມານເຄິ່ງປີ ນັກຮຽນຄົນລາວທັງ 66 ຄົນ ລ້ວນແຕ່ໄດ້ຜ່ານການສອບເສັງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ.

    ບໍລິສັດ ລົດໄຟລາວ-ຈີນ ຈໍາກັດໃຫ້ຮູ້ຕື່ມວ່າ: ຜູ້ຊ່ວຍຂັບລົດໄຟລາວ-ຈີນ ຄົນລາວທັງ 66 ຄົນ ຈະໄປເຮັດວຽກໃນທຸກໜ້າທີ່ຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນເບື້ອງຢູ່ລາວ ເຊີ່ງເບື້ອງຕົ້ນຈະປະຕິບັດໜ້າທີ່ຂັບລົດໄຟຮ່ວມກັບຜູ້ຂັບລົດໄຟຄົນຈີນ ຫຼັງຈາກນັ້ນ ໃນຕໍ່ໜ້າ ເມື່ອຊໍານານແລ້ວ ຄົນລາວຈະໄດ້ຂັບລົດໄຟດ້ວຍຕົນເອງ.

# ບຸນມີ

error: Content is protected !!