ສຸມໃສ່ປົກປ້ອງແຮງງານເຄື່ອນຍ້າຍເພດຍິງ

    ລະຫວ່າງວັນທີ 20-21 ມິຖຸນາ 2022 ທີ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດສຳມະນາການບໍລິການຜ່ານສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ (MRC) ການແລກປ່ຽນບົດຮຽນລະຫວ່າງຄູ່ຮ່ວມງານຂອງໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທຳ (Safe and Fair) ຂຶ້ນ ໂດຍເປັນປະທານຮວ່ມຂອງທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ທ່ານ Nilim Baruah ຜູ້ຊ່ຽວຊານດ້ານການເຄື່ອນຍ້າຍຖິ່ນຖານ ອົງການແຮງງານສາກົນປະຈໍາພາກພື້ນອາຊີ-ປາຊີຟິກ ແລະ ທ່ານ ຝຣັ່ງຊົວ ປຣະວົງວຽງຄຳ ພະນັກງານການເມືອງ ສະຫະພາບເອີຣົບປະຈໍາ ສປປ ລາວ ຜູ້ຕາງໜ້າຈາກສູນ MRC ແຂວງບໍ່ແກ້ວ ບໍລິຄຳໄຊ ສະຫວັນນະເຂດ ແລະ ຈໍາປາສັກ ເຂົ້າຮ່ວມຜ່ານລະບົບທາງໄກ.

    ກອງປະຊຸມດັ່ງກ່າວ ເພື່ອເປັນການທອດຖອນບົດຮຽນ ແລະ ແລກປ່ຽນປະສົບການກ່ຽວກັບການໃຫ້ບໍລິການຂອງສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ ແມ່ນມີຜົນປະໂຫຍດຫຼາຍ ເຮັດໃຫ້ການບໍລິການໄດ້ຮັບການປັບປຸງດີຂຶ້ນ ເພື່ອຕອບສະໜອງສິດທິ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍໃຫ້ສອດຄ່ອງກັບແຜນວຽກທີ່ມີຄຸນຄ່າ ແລະ ເປັນທຳ (Decent work) ພ້ອມນີ້ ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ ແມ່ນການຮັບຮູ້ເຖິງສິດທິ ແລະ ກາລະໂອກາດຂອງແຮງງານເຄື່ອນຍ້າຍເພດຍິງໃນພາກພື້ນອາຊຽນ ເຊິງມີຈຸດປະສົງໃນການເພີ່ມທະວີເຮັດໃຫ້ການເຄື່ອນຍ້າຍແຮງງານຂອງເພດຍິງມີຄວາມປອດໄພ ແລະ ມີຄວາມຍຸດຕິທຳໃນພາກພື້ນອາຊຽນ.

    ໂຄງການດັ່ງກ່າວ ຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນໂດຍຜ່ານການຮ່ວມມືຂອງລັດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນການສ້າງແຜນງານ ການພັດທະນາລະບົບການປົກປ້ອງ ຄຸ້ມຄອງ ແລະ ການປັບປຸງນະໂຍບາຍຕ່າງໆທີ່ກ່ຽວຂ້ອງແນໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງມີສ່ວນຮ່ວມຫຼາຍຂຶ້ນ ໃນການພັດທະນາເສດຖະກິດ-ສັງຄົມໃນຂົງເຂດ ແລະ ພາກພື້ນອາຊຽນ.

# ບຸນມີ

error: Content is protected !!