ກຳນົດຫຼາຍມາດຕະການເພື່ອຮັບມືກັບລາຄາສິນຄ້າ ແລະ ຄ່າຄອງຊີບທີ່ຈະມີການເໜັງຕີງໃນຕໍ່ໜ້າ

    ວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຮອງນາຍົກລັດຖະມົນຕີ ຮອງປະທານສະພາ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.

    ໃນພາກເຊົ້າ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຈາກນັ້ນ ບັນດາ ສສຊ ກໍໄດ້ປະກອບຄຳຄິດເຫັນຕໍ່ບົດລາຍງານດັ່ງກ່າວ.

    ໃນພາກບ່າຍ ໄດ້ຮັບຟັງການຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງບາງປະເດັນສຳຄັນຄື ມາດຕະການເພື່ອຮັບມືກັບລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕີງຂອງລາຄາສິນຄ້າໃນສະພາບການຂະຫຍາຍຕົວທາງດ້ານເສດຖະກິດຂອງໂລກທີ່ຍັງຈະສືບຕໍ່ຜັນຜວນ ກະທົບແຮງ ລັດຖະບານ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດມາດຕະການ 7 ມາດຕະການ ເພື່ອຮັບມືກັບລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບທີ່ຈະມີການເໜັງຕີງໃນຕໍ່ໜ້າ ຄື ເພີ່ມທະວີການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ  ດ້ວຍການສ້າງກົນໄກການຕິດຕາມລາຄາສິນຄ້າຢ່າງເປັນລະບົບ   ຊຸກຍູ້ຂະແໜງການກ່ຽວຂ້ອງ ໂດຍສະເພາະ ຮ່ວມກັບຂະແໜງກະສິກຳ ແລະ ປ່າໄມ້ ໃນການກຳນົດຕົ້ນທຶນ ແລະ ຄຸ້ມຄອງລາຄາການຜະລິດ ໂດຍສະເພາະ ຕົ້ນທຶນການຜະລິດ ທີ່ຕິດພັນກັບການປູກ ແລະ ການລ້ຽງສັດ ໃຫ້ສຳເລັດເປັນແຕ່ລະໄລຍະຮອດ 6 ເດືອນ ທ້າຍປີ ຮີບຮ້ອນຊຸກຍູ້ຢ່າງແຂງແຮງ ທຸກຂະແໜງການທີ່ຢູ່ໃນຄະນະ 71/ນຍ ຕ້ອງເປັນເຈົ້າການໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ນອນຢູ່ໃນບັນຊີຄວບຄຸມ  ສົມທົບແໜ້ນ ປັບປຸງລະບົບ-ກົນໄກການຄຸ້ມຄອງລາຄາສິນຄ້າ ຕົ້ນທຶນການຜະລິດ ລາຄາກາງສຳລັບສິນຄ້າຈຳເປັນ ດັດສົມລາຄາສິນຄ້າຈຳເປັນ ເພື່ອກຳນົດບູລິມະສິດຄວາມຕ້ອງການ ແລະ ການສະໜອງສິນຄ້າເພື່ອແຊກແຊງໃຫ້ລາຄາສິນຄ້າຄວບຄຸມບໍ່ຜັນຜວນໄວຕາມອັດຕາເງິນເຟີ້ສູງຂຶ້ນ ໃຫ້ສຳເລັດໃນແຕ່ລະໄລຍະ ຈົນຮອດທ້າຍປີ 2023 ການສ້າງຄວາມສະດວກໃນການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຫຼຸດຜ່ອນຂອດຂັ້ນເພື່ອຫຼຸດຜ່ອນຕົ້ນທຶນຂອງຜູ້ປະກອບການ ເພື່ອຫຼຸດຜ່ອນການເພິ່ງພາການນຳເຂົ້າ ກະຊວງອຸດສາຫະກຳ ແລະ ການຄ້າຍັງຈະໄດ້ສຸມໃສ່ອຸດສາຫະກໍາປຸງແຕ່ງທີ່ມີໜໍ່ແໜງ ເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນໃຫ້ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!