ສສຊ ສະເໜີໃຫ້ເລັ່ງແກ້ໄຂຫຼາຍບັນຫາທີ່ຕິດພັນວຽກງານທ່ອງທ່ຽວ

   ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ເປີດປະເທດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ລັດຖະບານກໍໄດ້ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ໄລຍະ 2021-2025.

    ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດການພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບົດລາຍງານການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ໃຫ້ຮູ້ວ່າ ເພື່ອກະຕຸ້ນເສດຖະກິດແຫ່ງຊາດ ເປັນການວາງທິດທາງໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບຫັນປ່ຽນດ້ານເສດຖະກິດຂອງໂລກ ເຊິ່ງລັດຖະບານໄດ້ກໍານົດ 3 ທິດທາງຄື: ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການຄຸ້ມຄອງການສ້າງຄວາມເຂັ້ມແຂງບຸຄະລາກອນທ່ອງທ່ຽວ. ຕໍ່ກັບວຽກງານດັ່ງກ່າວ ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ມີຄໍາເຫັນຫຼາຍລັນຫາຕໍ່ວຽກງານດັ່ງກ່າວ ເປັນຕົ້ນ ສະພາບການທ່ອງທ່ຽວຜ່ານການຈັດຕັ້ງປະຕິບັດທົດລອງເປີດເຂດທ່ອງທ່ຽວສີຂຽວ ເຫັນວ່າມາດຕະການຄວບຄຸມພະຍາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກທ່ອງທ່ຽວ ແລະ ມີຄ່າໃຊ້ຈ່າຍສູງເຮັດໃຫ້ນັກທ່ອງທ່ຽວບໍ່ຢາກເດີນທາງມາທ່ອງທ່ຽວຢູ່ ສປປ ລາວ ແຫຼ່ງທ່ອງທ່ຽວສີຂຽວມີຫຼາຍ ແຕ່ການຄຸ້ມຄອງການຂຶ້ນບັນຊີແຫຼ່ງທ່ອງທ່ຽວ ແລະ ເມືອງທ່ອງທ່ຽວບໍ່ທັນຄົບຖ້ວນ ການສຳປະທານບາງແຫຼ່ງທ່ອງທ່ຽວຍັງບໍ່ທັນມີບົດວິພາກເພື່ອເປັນຂໍ້ມູນໃນການພັດທະນາ ບາງໂຄງການພັດທະນາໃນບໍລິເວນແຫຼ່ງທ່ອງທ່ຽວ ຍັງສົ່ງຜົນກະທົບທາງລົບຕໍ່ແຫຼ່ງທ່ອງທ່ຽວທາງວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ຄວນມີການຊຸກຍູ້ ສົ່ງເສີມ ການຜະລິດ ແລະ ຈຳໜ່າຍເຄື່ອງທີ່ລະນຶກ ຜະລິດຕະພັນທີ່ເເປັນເອກະລັກຂອງແຕ່ລະແຫຼ່ງທ່ອງທ່ຽວເພື່ອການສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ພື້ນທີ່ດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ເປີດປະເທດຕ້ອນຮັບນັກທ່ອງທ່ຽວແບບເຕັມຮູບແບບ ຄວນພິຈາລະນາການເພີ່ມກຳນົດເວລາວິຊ່າໃຫ້ນັກທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ ແລະ ນຳເງິນຕາຕ່າງປະເທດເຂົ້າ ສປປ ລາວ ໃຫ້ຫຼາຍຂຶ້ນ ສະເໜີຄົ້ນຄວ້າ ປັບປຸງການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າໃຫ້ແກ່ຜູ້ປະກອບການດ້ານການທ່ອງທ່ຽວໃຫ້ໄດ້ຫຼາຍຂຶ້່ນ ປັບປຸງການບໍລິການ ການທ່ອງທ່ຽວ ດ້ານຄວາມປອດໄພ ສິ່ງອໍານວຍຄວາມສະດວກ ເປັນຕົ້ນ ການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ ເສັ້ນທາງເຂົ້າເຖິງແຫຼ່ງທ່ອງທ່ຽວ ຄ່າອາຫານ ແລະ ເຄື່ອງດື່ມ ສະຖານທີ່ທ່ອງທ່ຽວຕ່າງໆໃຫ້ມີລາຄາສົມເຫດສົມຜົນ ແລະ ອື່ນໆ ເຊິ່ງຂະແໜງການກ່ຽວຂ້ອງຈະຕ້ອງໄດ້ສືບຕໍ່ນໍາໄປຄົ້ນຄວ້າພິຈາລະນາແກ້ໄຂ ທັງໝົດນັ້ນ ແມ່ນໄດ້ສະແດງເຖິງຄວາມຮັບຜິດຊອບຂອງຂະແໜງການເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ-ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!