ມາເລເຊຍ ມອບວັກແຊັງຊີໂນຟາມ ຈຳນວນ 500.000 ໂດສ ໃຫ້ແກ່ ສປປ ລາວ

    ສປປ ລາວ ໄດ້ຮັບວັກແຊັງປ້ອງກັນພະຍາດໂຄວິດ-19 ຍີ່ຫໍ້ ຊີໂນຟາມ ຈາກລັດຖະບານແຫ່ງມາເລເຊຍ ຈຳນວນ 500.000 ໂດສ ເຊິ່ງວັກແຊັງຈຳນວນດັ່ງກ່າວນີ້ ໄດ້ຂົນສົ່ງມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ແລະ ມີພິທີຮັບຢາວັກແຊັງຈຳນວນດັ່ງກ່າວຂຶ້ນ ທີ່ສະໜາມບິນສາກົນວັດໄຕ ໃນວັນທີ 20 ມິຖຸນາ 2022 ໂດຍຊ້ອງໜ້າທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ໂມດ ໄອນີ ອະຕັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດມາເລເຊຍ ປະຈຳ ສປປ ລາວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ການຊ່ວຍເຫຼືອດ້ານວັກແຊັງຈາກລັດຖະບານມາເລເຊຍ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແມ່ນເປັນຄັ້ງທີ 2 ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານວັກແຊັງຈາກລັດຖະບານມາເລເຊຍແລ້ວ ຈຳນວນ 780.400 ໂດສ ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຊຸກຍູ້ໃຫ້ປະເທດລາວດຳເນີນນະໂຍບາຍພູມຄຸ້ມກັນແຫ່ງຊາດ ແລະ ສາມາດບັນລຸການສັກວັກແຊັງໃຫ້ແກ່ພົນລະເມືອງລາວ ໃຫ້ໄດ້ 80% ໃນປີ 2022 ນີ້ ກໍຄືການເພີ່ມທະວີການສ້າງພູມຄຸ້ມກັນໃຫ້ປະຊາຊົນລາວ ເພື່ອເສີມສ້າງຄວາມເຂັ້ມແຂງໃນການປ້ອງກັນການແຜ່ລະຍາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!