ກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

    ທ່ານ ປອ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 20 ມິຖຸນາ 2022 ທີ່ຫ້ອງວ່າການສູນກາງພັກ ເພື່ອກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄື 2 ວັນປະຫວັດສາດ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022).

    ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ໄດ້ກາຍເປັນພາລະກິດລວມຂອງສອງພັກ ສອງລັດ ແລະ ປະຊາຊົນທັງສອງຊາດ ພາລະກິດດັ່ງກ່າວ ຕ້ອງໄດ້ປົກປັກຮັກສາ ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ທັງນີ້ກໍເພື່ອສິດຜົນປະໂຫຍດລວມໃນສະເພາະໜ້າ ແລະ ໃນອະນາຄົດອັນຍາວໄກ ຂອງສອງຊາດ.

    ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ ທັງເປັນການຈາລຶກບຸນຄຸນຕໍ່ກັບການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນຫວຽດນາມ  ແລະ ການຊ່ວຍເຫຼືອຂອງພວກເຮົາຕໍ່ເພື່ອນ ໃນຕະຫຼອດໄລຍະຂອງການປະຕິວັດ ແລະ ທັງເປັນການສຶກສາອົບຮົມພະນັກງານ ລັດຖະກອນ​ ທະຫານ​ ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ ເລິກເຊິ່ງ ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ກໍຄືເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຍາວນານ ສ້າງບັນຍາກາດໃຫ້ປີ 2022 ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ສົມທົບກັບຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງວັດທະນາທໍາ ກີລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ພ້ອມກັນປະຕິບັດວຽກງານທີ່ສໍາຄັນ ດັ່ງນີ້: ຈະໄດ້ຈັດງານວາງສະແດງຮູບພາບ ເອກະສານ ວັດຖຸພັນ ແລະ ປື້ມ ພາຍໃຕ້ຫົວຂໍ້ “ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ການວາງສະແດງໄດ້ແບ່ງອອກເປັນ III ພາກ ຄື: ພາກທີ I ປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອຮ່ວມສໍາພັນສູ້ຮົບ ແລະການສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຫວຽດນາມ-ລາວ (1930-1975) ພາກທີ II ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (1976-1986) ແລະ ພາກທີ III ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ຕະຫຼອດໄລຍະ 36 ປີ ແຫ່ງການປ່ຽນແປງໃໝ່ (1986-2022).

ພິທີວາງສະແດງ ຈະໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2022 ທີ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ ຈົນໝົດປີ 2022 ນີ້ ໂອກາດນີ້ ຂໍເຊີນຊວນໃຫ້ພໍ່ແມ່ປະຊາຊົນ ພະນັກງານ-ລັດຖະກອນ ທະຫານ ຕໍາຫຼວດ ນັກຮຽນ-ນັກສຶກສາ ແລະ ປັນຍາຊົນ ທຸກທົ່ວໜ້າ ທັງຄົນລາວ ແລະ ຫວຽດນາມ ຈົ່ງພ້ອມພຽງກັນເຂົ້າຢຽມຊົມງານວາງສະແດງດັ່ງກ່າວ.

    ຕິດພັນກັບການສະແດງຮູບພາບ ສອງພັກ ສອງປະເທດພວກເຮົາ ໄດ້ເປີດໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນສັນຍະລັກແຫ່ງຄວາມສາມັກຄີແບບພິເສດ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ ເປັນຂອງຂວັນຈາກ ສສ ຫວຽດນາມ ມອບໃຫ້ ນອກນີ້ ເປີດໂຄງການສ້ອມແປງຍົກລະດັບໂຄງສ້າງພື້ນຖານຕ່າງໆ ບັນດາຮູບພາບ ເນື້ອໃນ ເອກະສານ ແລະ ວັດຖຸພັນ ທີ່ຕົກລະດັບເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄໍາມ່ວນ ກະກຽມສ້າງອະນຸສອນສະຖານ ບ່ອນດໍາເນີນກອງປະຊຸມໃຫຍ່ ຄັ້ງທີ່ I ຂອງພັກປະຊາຊົນປະຕິວັດລາວ ໄລຍະທີ 2 ທີ່ດ່ານນໍ້າໂສຍ-ນາແມວ ເມືອງວຽງໄຊ ແຂວງຫົວພັນ ແລະ ກິດຈະກຳອື່ນໆ ຫຼາຍຢ່າງເພື່ອຮ່ວມສະເຫຼີມສະຫຼອງວັນດັ່ງກ່າວ.

# ຂ່າວ – ພາບ : ບຸນມີ

error: Content is protected !!