ເຝິກອົບຮົມວຽກງານສື່ມວນຊົນ ກ່ຽວກັບການລາຍງານຂ່າວການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

    ກົມຂ່າວສານແມ່ຍິງລາວ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຮ່ວມກັນຈັດເຝິກອົບຮົມວຽກງານສື່ມວນຊົນ ກ່ຽວກັບການລາຍງານຂ່າວການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຈັດຂຶ້ນວັນທີ 20 ມິຖຸນາ 2022 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ເປັນປະທານຮ່ວມຂອງທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ເຕັດຈ໌ ຣາມຈັດຊ໌ ຜູ້ຕາງໜ້າຊົ່ວຄາວ ອົງການ UNFPA ມີສໍາມະນາກອນທີ່ມາຈາກກົມຂ່າວສານແມ່ຍິງລາວ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ສື່ມວນຊົນອ້ອມຂ້າງສູນກາງ ອົງການຈັດຕັ້ງມະຫາຊົນ ອົງການພາຄີ ແລະ ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ.

    ການເຝິກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ນັກຂ່າວຈາກອົງການພາຄີ ຜູ້ຊ່ຽວຊານດ້ານສື່ມວນຊົນຂອງພາກລັດ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະເພາະ ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ຄຳແນະນຳດ້ານຈັນຍາບັນໃນການລາຍງານຂ່າວກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອໃຫ້ບັນດາສື່ມວນຊົນຂອງພາກລັດ ມາແລກປ່ຽນປະສົບການ ແລະ ປຶກສາຫາລືກ່ຽວກັບວິທີການສົ່ງເສີມສິດທິຂອງແມ່ຍິງ ແລະ ເດັກຍິງ ເຊິ່ງວຽກງານຂ່າວສານ ເປັນວຽກງານໜຶ່ງທີ່ສຳຄັນ ທັງເປັນກະບອກສຽງອັນແຫຼມຄົມໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືແຜນພັດທະນາເສດຖະກິດແຫ່ງຊາດ ແລະ ຂະບວນການລວມຂອງພັກ-ຂອງຊາດ ເຊັ່ນດຽວກັບວຽກງານຂ່າວສານແມ່ຍິງລາວ ກໍເປັນພາກສ່ວນໜຶ່ງໃນການເປັນກະບອກສຽງໃຫ້ຄະນະພັກ ຄະນະປະທານສູນກາງສະຫະພັນແມ່ຍິງລາວ ໃນການໂຄສະນາເຜີຍແຜ່ແນວທາງຂອງພັກ-ແຜນນະໂຍບາຍຂອງລັດ ແຜນພັດທະນາແມ່ຍິງລາວແຕ່ລະໄລຍະ ລວມທັງຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເປັນຕົ້ນ: ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບ 3 ສ້າງ ການສ້າງເສດຖະກິດຄອບຄົວ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ບົດບາດຍິງ-ຊາຍ ແລະ ບັນຫາອື່ນໆ ເປັນການປະກອບສ່ວນຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ.

    ປັດຈຸບັນ ເປັນຍຸກແຫ່ງຂໍ້ມູນຂ່າວສານບໍ່ມີພົມແດນ ສະນັ້ນ ເຊື່ອວ່າເວລາໃດ ມວນຊົນກໍໄດ້ພັດທະນາຄວາມຮູ້ຄວາມສາມາດ ພັດທະນາທາງດ້ານເນື້ອໃນ ແລະ ເຕັກນິກໃຫ້ສອດຄ່ອງກັບຍຸກສະໄໝ ເວົ້າສະເພາະໃນຍຸກສັງຄົມອອນລາຍກຳລັງມີບົດບາດໃນການປ່ຽນແປງແນວຄິດ ວິຖີຊີວິດຂອງແມ່ຍິງລາວ ຫວັງຢ່າງຍິ່ງວ່າ ບັນດາທ່ານຈະໄດ້ຊ່ວຍກັນຄົ້ນຄິດ ເພື່ອພ້ອມກັນໂຄສະນາດ້ວຍຫຼາຍຮູບແບບຫຼາຍວິທີ ເພື່ອແກ້ໄຂປາກົດການດັ່ງກ່າວຊ່ວຍກັນຫຼາຍຂຶ້ນ ສໍາລັບການເຝິກອົບຮົມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລກປ່ຽນບົດຮຽນໃນການນໍາສະເໜີຂ່າວລົງໃນສື່ຕ່າງໆໃຫ້ກວ້າງຂວາງ ເພື່ອໃຫ້ແມ່ຍິງ ກໍຄືມວນຊົນໄດ້ຮັບຮູ້ເຂົ້າໃຈ ພ້ອມກັນແກ້ໄຂປາກົດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃຫ້ຫຼຸດໜ້ອຍຖອຍລົງໃນສັງຄົມ ພ້ອມນັ້ນ ຍັງໄດ້ແລກປ່ຽນ ຖອດຖອນບົດຮຽນ ປະສົບການທາງດ້ານຜົນສຳເລັດ ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ໃນການໂຄສະນາດ້ວຍຮູບແບບ ເພື່ອໃຫ້ແທດໝາະກັບຈຸດພິເສດຂອງວຽກງານພັດທະນາ ແລະ ປົກປ້ອງແມ່ຍິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!