ປະກາດແຕ່ງຕັ້ງ ແລະ ຍົກຍ້າຍສະມາຊິກລັດຖະບານຊຸດໃໝ່

    ວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຮອງນາຍົກລັດຖະມົນຕີ ຮອງປະທານສະພາ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.

    ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນຜ່ານຄຳສະເໜີຂອງໜີຂອງທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງຮອງນາຍົກລັຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານໃນພາກເຊົ້າຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານປະກອບຄຳຄິດຄຳເຫັນຂອງສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງເຫັນດີຮັບຮອງເອົາການແຕ່ງຕັ້ງ ທ່ານ ວຽງທະວິສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ ທ່ານ ສະເຫຼີມໄຊ ກົມມະສິດ ຂຶ້ນເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

    ນອກຈາກນີ້ ໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄປເປັນລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!