ສູນກາງແນວລາວສ້າງຊາດໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ

    ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໜ່ວຍງານສັງຄົມສົງເຄາະຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຮ່ວມກັບສະມາຄົມສາມັກຄີເພື່ອຄວາມດີ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ ເຄື່ອງນຸ່ງນັກຮຽນ ແລະ ອຸປະກອນການຮຽນ-ການສອນ ຈໍານວນໜຶ່ງ ມາມອບໃຫ້ ສນຊ  ເປັນມູນຄ່າ 8,5 ລ້ານກີບ ຈັດຂຶ້ນທີ່ສູນກາງແນວລາວສ້າງຊາດ ວັນທີ 17 ມິຖຸນາ 2022 ກ່າວມອບໂດຍທ່ານ ນາງ ບົວວອນ ອ່ອນຈັນຫອມ ຮອງປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ກ່າວຮັບໂດຍທ່ານນາງ ສີພະຈັນ ນັນທະວົງສາ ຄະນະປະຈໍາພັກ ຮອງປະທານສູນກາງແນວລາວສ້າງຊາດ ມີທ່ານ ສົມປະສົງ ເວດຊະພົງ ຮອງຫົວໜ້າຫ້ອງການ ສນຊ ທ່ານນາງ ຈັນສຸດາ ໄຊຍະພອນ ປະທານສະມາຄົມສາມັກຄີເພື່ອຄວາມດີ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ໂອກາດນີ້ ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ສະມາຄົມສາມັກຄີເພື່ອຄວາມດີ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແພ່ ໃຫ້ການຊ່ວຍເຫຼືອຄັ້ງນີ້ ພວກເຮົາຈະໄດ້ນໍາເອົາເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ແລະ ໂຮງຮຽນໃນເຂດຫ່າງກາຍສອກຫຼີກໂອກາດຕໍ່ໄປ.

    ພ້ອມກັນນັ້ນ ເພື່ອເປັນການສແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຄັ້ງນີ້ ທ່ານຮອງປະທານ ສນຊ ຍັງໄດ້ມອບໃບຍ້ອງຍໍເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ. 

# ຂໍຂອບໃຈຂໍ້ມູນຈາກ : ສນຊ

error: Content is protected !!