ກອງປະຊຸມສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ 7 ມິຖຸນາ ຈັດຂຶ້ນວັນທີ 17 ມິຖຸນາ 2022 ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ Dr Ying-Ru Lo ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ ພ້ອມດ້ວຍຜູ້ຕ່າງໜ້າອົງການອະນາໄມໂລກ (WHO) ອົງການອາຫານ ແລະ ການກະເສດ (FAO) ຫ້ອງການກະຊວງສາທາລະນະສຸກ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ກົມມາດຕະຖານ ແລະ ວັດແທກ ຜູ້ປະກອບການດ້ານອາຫານ ຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ.

ວັນຄວາມປອດໄພອາຫານໂລກ (World Food Safety 2022) ເປັນການຊຸກຍູ້ຂໍ້ສະເໜີໂດຍ ໂຄງການມາດຕະຖານອາຫານ ພາຍໃຕ້ການຮ່ວມມືລະຫວ່າງອົງການອາຫານ ແລະ ການກະສິກໍາຂອງສະຫະປະຊາຊາດ (FAO) ແລະ ອົງການອະນາໄມໂລກ (WHO) ຫຼື ກົດລະຫັດອາຫານ (Codex) ປັດຈຸບັນມີທັງໝົດ 188 ປະເທດສະມາຊິກ ແມ່ນໜຶ່ງອົງການຈັດຕັ້ງ (EU) ແລະ ຜູ້ສັງເກດການລະຫວ່າງປະເທດ 229 ໜ່ວຍງານ ຂໍ້ມູນຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ພົບວ່າ ໃນທົ່ວໂລກມີຄົນເຈັບປ່ວຍຍ້ອນພະຍາດທີ່ເກີດຈາກອາຫານ ປະມານ 600 ລ້ານຄົນຕໍ່ປີ ເສຍຊີວິດ 420.000 ຄົນຕໍ່ປີ ໃນຂະນະທີ່ຢູ່ພາກພື້ນອາຊີ ແລະ ປາຊີຟິກ ມີຄົນເຈັບປ່ວຍຍ້ອນພະຍາດທີ່ເກີດມາຈາກອາຫານເຖິງ 275 ລ້ານຄົນຕໍ່ປີ ຄົນເຈັບເຫຼົ່ານີ້ ຈ່າຍຄ່າການຮັກສາທາງການແພດ ບໍ່ສາມາດເຮັດວຽກໄດ້ຢ່າງເຕັມສ່ວນ ເຮັດໃຫ້ເກີດການສູນເສຍລາຍໄດ້ ຂໍ້ມູນນີ້ ສະທ້ອນເຖິງບັນຫາສຸຂະພາບສາທາລະນະຢ່າງຊັດເຈນ ອາຫານທີ່ປົນເປື້ອນ ສາເຫດຕົ້ນຕໍແມ່ນມາຈາກການຈັດການອາຫານທີ່ບໍ່ຖືກສຸຂະອະນາໄມເຊັ່ນ: ອາຫານແຄມທາງ ອາຫານໃນຕະຫຼາດທີ່ຂາຍມາເປັນເວລາຫຼາຍຊົ່ວໂມງ ໃນສະພາບອາກາດຮ້ອນ ອາຫານບໍ່ສຸກ ແລະ ບໍ່ໄດ້ຮັກສາໄວ້ຕູ້ເຢັນ ເມື່ອຜູ້ບໍລິໂພກກິນອາຫານທີ່ປົນເປື້ອນເຂົ້າໄປໃນຮ່າງກາຍ ຈະເຮັດໃຫ້ເຈັບປ່ວຍ ຫຼື ເສຍຊີວິດໄດ້.

ອົງການອະນາໄມໂລກ ໄດ້ປະກາດເອົາວັນທີ 7 ມິຖຸນາຂອງທຸກປີ ເປັນວັນຄວາມປອດໄພອາຫານໂລກ ເລີ່ມແຕ່ປີ 2018 ເປັນຕົ້ນມາ ສະນັ້ນ ກົມອາຫານ ແລະ ຢາ ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ຮ່ວມກັບອົງການອະນາໄມໂລກ ພ້ອມທັງສະເຫຼີມສະຫຼອງວັນທີ 7 ມີຖຸນາ ວັນຄວາມປອດໄພອາຫານສຳລັບຄຳຂວັນ ປີ 2022 ແມ່ນ “ບໍລິໂພກອາຫານປອດໄພ ຈະເຮັດໃຫ້ມີສຸຂະພາບທີ່ດີ “Safer food, better health” .

# ຂ່າວ – ພາບ : ບຸນມີ