ຍົກລະດັບວຽກວິຊາສະເພາະໃຫ້ກຳລັງ ປກສ-ປກຊ ບ້ານທີ່ຂຶ້ນກັບກຸ່ມເກົ້າລ້ຽວ

    ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປີດເຝິກອົບຮົມວຽກງານວິຊາສະເພາະໃຫ້ກຳລັງ ປກສ​-​ປກຊ 7 ບ້ານທີ່ຂຶ້ນກັບ ປກສ ກຸ່ມເກົ້າລ້ຽວ ໃນວັນທີ 16 ມິຖຸນາ 2022 ຢູ່ຫ້ອງການບ້ານໂນນແກ້ວ ໂດຍການເຂົ້າຮ່ວມຂອງ ພັທ ຄຳຫຼ້າ ພົມມະສານ ຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ມີບັນດາພະນັກງານ ປກສ ເມືອງ ປກສ ກຸ່ມ ແລະ ກຳລັງ ປກສ-ປກຊ 7 ບ້ານເຂົ້າຮ່ວມ.

    ບັນດາເອກະສານທີ່ນຳມາເຝິກອົບຮົມຄັ້ງນີ້  ປະກອບມີ: ເອກະສານເລກທີ 514  ວ່າດ້ວຍສິດ ແລະ ໜ້າທີ່ກຳລັງ ປກສ ບ້ານ ວຽກງານຄຸ້ມຄອງສຳມະໂນຄົວ (ວຽກງານກວດກາ ຄຸ້ມຄອງຄົນພັກເຊົາ ຄຸ້ມຄອງອາຊີບ ແລະ ພາຫະນະພິເສດ) ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ດຳລັດວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ ເອກະສານຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເອກະສານວຽກງານຄຸ້ມຄອງເປົ້າໝາຍ ເອກະສານບັນທຶກເອົາຄຳໃຫ້ການເບື້ອງຕົ້ນຂອງຜູ້ຖືກຫາ ເອກະສານການປ້ອງກັນສະຖານທີ່ເກີດເຫດ ແລະ ເອກະສານວຽກງານອື່ນໆ ໂດຍແມ່ນພະນັກງານ-ຫຼັກແຫຼ່ງທີ່ເຮັດວຽກວິຊາສະເພາະລົງມາໃຫ້ຄວາມຮູ້ ເຊິ່ງໄດ້ດຳເນີນເປັນເວລາ 1 ວັນ ນອກຈາກການຜ່ານບັນດາເອກະສານແລ້ວ ຍັງໄດ້ມີກິດຈະກຳ ສົນທະນາກໍລະນີເກີດເຫດ ແລະ ວິທີແກ້ໄຂ ເພື່ອໃຫ້ຄວາມຮູ້ທີ່ເລິກເຊິ່ງຈາກບົດຮຽນທິດສະດີ ຄວບຄູ່ກັບການຈັດຕັ້ງປະຕິບັດຕົວຈິງ.

     ພັທ ຄຳຫຼ້າ ພົມມະສານ ຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ຕື່ມວ່າ: ການເຝິກອົບຮົມວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນຄວາມສະຫງົບບ້ານຄັ້ງນີ້ ກໍເພື່ອເຮັດໃຫ້ກຳລັງ ປກສ-ປກຊ ບ້ານມີຄວາມຮູ້ທາງດ້ານກົດໝາຍ ມີຄວາມຊຳນິຊຳນານດ້ານວຽກງານວິຊາສະເພາະປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນພາຍໃນບ້ານ-ກຸ່ມບ້ານ ສາມາດກຳໄດ້ສະພາບການ ເລ່ລ່ຽມກົນອຸບາຍຂອງກຸ່ມຄົນບໍ່ດີພາຍໃນກຸ່ມເກົ້າລ້ຽວ ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນມີປະສິດທິຜົນສູງ ຮັບປະກັນໄດ້ວຽກງານປ້ອງກັນຄວາມສະຫງົບ ຄຽງຄູ່ກັບການປະສານສົມທົບກັບ ປກສ ກຸ່ມ ປກສ ເມືອງ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໂດຍສະເພາະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດພາຍໃນກຸ່ມເກົ້າລ້ຽວໃຫ້ໄດ້ຮັບຜົນສຳເລັດ ໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

    # ຂ່າວ – ພາບ : ເພັດສະໝອນ 

error: Content is protected !!