5 ເດືອນຕົ້ນປີ ການຂົນສົ່ງ ແລະ ການຄ້າຜ່ານແດນ ສາມາດສ້າງລາຍຮັບໃຫ້ລັດໄດ້ 30 ຕື້ກີບ

    ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຂຶ້ນຊີ້ແຈງຕອບຄໍາຊັກຖາມຂອງ ສສຊ ທີ່ໃຫ້ຄວາມສົນໃຈກ່ຽວກັບການຈັດຕັ້ງປະຕິດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີໃນຂົງເຂດຄວາມຮັບຜິດຊອບຂອງຕົນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາຜ່ານມານີ້ ໃຫ້ຮູ້ວ່າ: 

    ປັດຈຸບັນລັດຖະບານໄດ້ກໍານົດໃຫ້ ສປປ ລາວ ເຮົາມີທ່າບົກທັງໝົດ 9 ແຫ່ງຄື: ຫ້ວຍຊາຍ ແຂວງບໍ່ແກ້ວ ນາເຕີຍ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເມືອງໄຊ ແຂວງອຸດົມໄຊ ຫຼວງພະບາງ ທ່ານາແລ້ງ ນະຄອນຫຼວງວຽງຈັນ ຫຼັກ 20 ບໍລິຄໍາໄຊ ທ່າແຂກ ຄໍາມ່ວນ ແຂວງສະຫວັນນະເຂດ ແລະ ວັງເຕົ່າ ແຂວງຈໍາປາສັກ ເພື່ອເຮັດໜ້າທີ່ຄືກັບທ່າເຮືອ ແລະ ຫຼຸດຜ່ອນຂໍ້ເສຍປຽບຂອງປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃນການເຮັດການຄ້າສາກົນ ຮອດປັດຈຸບັນ ເປີດໃຫ້ບໍລິການພຽງ 3 ແຫ່ງຄື: ທ່ານາແລ້ງ ສະຫວັນນະເຂດ ແລະ ວັງເຕົ່າD

    ຜ່ານການຈັດຕັ້ງປະຕິບັດ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ສໍາລັບຂໍ້ສະດວກ ມີນິຕິກໍາພື້ນຖານຈໍານວນໜຶ່ງເປັນບ່ອນອີງ ສາມາດຄຸ້ມຄອງລວມສູນ ຫັນເປັນທັນສະໄໝດ້ວຍລະບົບ IT ສ້າງຄວາມໝັ້ນໃຈໃຫ້ແກ່ເຈົ້າຂອງສິນຄ້າ ແລະ ຜູ້ຂົນສົ່ງສາກົນ ໃນການຂົນສົ່ງ ແລະ ການຄ້າຜ່ານແດນຜ່ານ ສປປ ລາວ ເປັນແຫຼ່ງສ້າງລາຍຮັບໃໝ່ຂອງຊາດ ເຫັນໄດ້ຈາກ 5 ເດືອນຕົ້ນປີ 2022 ສາມາດສ້າງລາຍຮັບໃຫ້ລັດໄດ້ 30 ກ່ວາຕື້ກີບ ໃນນີ້ ວັງເຕົ່າໄດ້ 2,2 ຕື້ກວ່າກີບ ທ່ານາແລ້ງໄດ້ 8 ຕື້ກວ່າກີບ ແລະ ສະຫວັນນະເຂດ ໄດ້ 20,5 ຕື້ກວ່າກີບ. 

    ທ່ານ ລມຕ ກ່າວວ່າ  ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໂດຍສະເພາະຂໍ້ຫຍຸ້ງຍາກຍັງມີຜູ້ນໍາເຂົ້າ-ສົ່ງອອກ ຊິບປີ້ງຈໍານວນໜຶ່ງ (ແລ່ນເອກະສານ)​ ບໍ່ທັນຄຸ້ນເຄີຍກັບການບໍລິການແບບໃໝ່ ປົກກະຕິແລ້ວ ໄດ້ຈ່າຍຢູ່ທ່າເຮືອຕ່າງປະເທດຢູ່ແລ້ວ ໄລຍະທີ່ບໍ່ມີທ່າບົກ ສປປ ລາວ ເສຍໂອກາດໃນການເກັບຄ່າບໍລິການຂ້າມແດນ ຄືກັບປະເທດທີ່ມີທ່າເຮືອ ຊຶ່ງພວກເຮົາເກັບໄດ້ພຽງແຕ່ຄ່າເຂົ້າ-ອອກດ່ານສາກົນເທົ່ານັ້ນ ການຈັດຕັ້ງດ່ານສາກົນ ແລະ ທ່າບົກ ຍັງບໍ່ທັນແບ່ງຄວາມຮັບຜິດຊອບຊັດເຈນ ຍັງຕ້ອງ ສືບຕໍ່ຖອດຖອນບົດຮຽນ ເພື່ອສ້າງ ແລະ ປັບປຸງນິຕິກໍາ ໃຫ້ເໝາະສົມກັບສະພາບພາຍໃນ ແລະ ສາກົນ.

    ສຳລັບທິດທາງການແກ້ໄຂບັນຫາທີ່ຍັງຄົງຄ້າງ ກະຊວງ ຍທຂ ຈະໄດ້ເອົາໃຈໃສ່ໃນການສ້າງ ແລະ ປັບປຸງນິຕິກໍາທີ່ຕິດພັນກັບການບໍລິຫານຄຸ້ມຄອງ ແລະ ການບໍລິການທ່າບົກໃຫ້ເໝາະສົມກັບສະພາບຕົວຈິງຂອງ ປະເທດເຮົາ ພ້ອມດຽວກັນນັ້ນ ກໍຈະໄດ້ເອົາໃຈໃສ່ເຜີຍແຜ່ບັນດາລະບຽບການໃຫ້ຜູ້ປະກອບການເຂົ້າໃຈ ແລະ ຄຸ້ນເຄີຍກັບການບໍລິການແບບໃໝ່ ພະຍາຍາມຫຼຸດຂອດຂັ້ນການບໍລິການໃຫ້ໜ້ອຍລົງ ເພື່ອອໍານວຍຄວາມສະດວກ ວ່ອງໄວ ໃຫ້ແກ່ຜູ້ປະກອບການ ແລະ ອື່ນໆ.​.

# ຂ່າວ – ພາບ : ລັດເວລາ

error: Content is protected !!