ແຮງງານລາວຫຼາຍກວ່າເຄິ່ງໜຶ່ງຂອງອັດຕາການວ່າງງານ ແມ່ນໄປອອກແຮງງານຢູ່ຕ່າງປະເທດ

    ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ  ຜົນກະທົບທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ 3 ປີຜ່ານມາ ໄດ້ເຮັດໃຫ້ແຮງງານລາວສູນເສຍວຽກເຮັດງານທຳ ຫຼື ວ່າງງານຫຼາຍກວ່າ 5 ແສນຄົນ ຫຼື ອັດຕາການວ່າງງານເພີ່ມສູງເຖິງ 21,8% ໃນທ້າຍປີ 2021. 

    ພາຍຫຼັງລັດຖະບານປະກາດເປີດປະເທດ ເຮັດໃຫ້ຫຼາຍທຸລະກິດກັບມາດຳເນີນກິດຈະການຄືນໃໝ່ ເຮັດໃຫ້ກຳລັງແຮງງານທີ່ວ່າງງານໄດ້ກັບເຂົ້າສູ່ການມີວຽກເຮັດງານທຳໃນ 6 ເດືອນຜ່ານມາ ເຮັດໃຫ້ກຳລັງແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27.163 ຄົນ ໃນນັ້ນ ເກືອບເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງ ໄດ້ວຽກເຮັດຢູ່ຕ່າງປະເທດ ເຊິ່ງຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງໃຫ້ແກ່ແຮງງານລາວ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້ ຕາມການຄາດຄະເນໂດຍສະເລ່ຍແລ້ວ ແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດເຊັ່ນ ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດເດືອນລະ 4,55 ລ້ານໂດລາຫະລັດ. 

    ສຳລັບອົງການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນມີທັງອົງການຂອງລັດ ແລະ ບໍລິສັດຈັດຫາງານຂອງເອກະຊົນ ປັດຈຸບັນ ມີຫຼາຍກວ່າ 30 ບໍລິສັດ ການອະນຸຍາດສ້າງຕັ້ງ ຄຸ້ມຄອງ ແລະ ຕິດຕາມບັນດາບໍລິສັດຈັດຫາງານ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ສ່ວນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນຕ້ອງຜ່ານອົງການຈັດສົ່ງດັ່ງກ່າວ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!