ພະແນກສາທາລະນະສຸກ ຫວນຄືນມູນເຊື້ອວັນແພດລາວ ຄົບຮອບ 57 ປີ

    ວັນແພດລາວ ເປັນວັນທີ່ມີຄວາມໝາຍ ເພື່ອລະນຶກເຖິງການກຳເນີດ ການເຕີບໃຫ່ຍຂະຫຍາຍຕົວຂອງວຽກງານຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸຄະລາກອນສາທາລະນະສຸກ ໂດຍສະເພາະ ເພື່ອຈາລຶກບຸນຄຸນຕໍ່ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ທີ່ໄດ້ເສຍສະຫຼະ ອຸທິດສະຕິປັນຍາ ແລະ ເຫື່ອແຮງ ເປັນເຈົ້າການໃນການປະຕິບັດໜ້າທີ່ໃນແຕ່ລະໄລຍະ ວັນທີ 16 ມິຖຸນາ 2022 ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຈັດພິທີຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນແພດລາວຄົບຮອບ 57 ປີ (18/6/1955-18/6/2022) ທີ່ພະແນກດັ່ງກ່າວ ໃຫ້ກຽດເຜີຍແຜ່ຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຮອງຫົວໜ້າພະແນກ ຫົວໜ້າ ຮອງຫົວໜ້າຫ້ອງການ ຂະແໜງການ ແລະ ພະນັກງານຫຼັກແຫຼງອ້ອມຂ້າງພະແນກເຂົ້າຮ່ວມ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!