ທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ຊຸກຍູ້ການພັດທະນາພື້ນຖານເສດຖະກິດທີ່ແຂວງບໍ່ແກ້ວ

    ວັນທີ 14 ມິຖຸນາ 2022 ຜ່ານມາ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຕິດຕາມກວດກາເບິ່ງພື້ນຖານເສດຖະກິດຂອງແຂວງບໍ່ແກ້ວ ໂດຍເຂົ້າຮ່ວມເຄື່ອນໄຫວ ມີທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມຄະນະ. 

    ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ໄປເບິ່ງດ່ານສາກົນຂົວມິດຕະພາບ 4 ຫ້ວຍຊາຍ-ຊຽງຂອງ ເພື່ອຕິດຕາມຊຸກຍູ້ການປະຕິບັດໜ້າທີ່ວຽກງານຂອງພະນັກງານປະຈຳຢູ່ດ່ານດັ່ງກ່າວ ໂດຍໄດ້ຮັບຟັງການລາຍງານຫຍໍ້ຈາກທ່ານ ພັນໂທ ນໍຄຳ ດາລາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 4 ເຊິ່ງພາຍຫຼັງເປີດດ່ານໃນກາງເດືອນພຶດສະພາ 2022 ເປັນຕົ້ນມາ ເຫັນວ່າມີຄົນເຂົ້າ-ອອກດ່ານ ສະເລ່ຍ 130 ຄົນຕໍ່ມື້ ຕ່າງປະເທດ 80 ຄົນ ພາຫະນະເຂົ້າ-ອອກ 100 ກວ່າຄັນ ການເຂົ້າ-ອອກດ່ານ ແມ່ນປະຕິບັດຕາມລະບົບສາກົນ ໂດຍມີການກັ່ນຕອງ ກວດອຸນຫະພູມຮ່າງກາຍ ແລະ ອື່ນໆ ເພື່ອປ້ອງກັນການຕິດ ແລະ ແຜ່ເຊື້ອຂອງພະຍາດໂຄວິດ-19. 

    ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ສືບຕໍ່ເບິ່ງຟາມລ້ຽງງົວຂອງບໍລິສັດ ດວງຈະເລີນອຸດສາຫະກຳ-ກະສິກຳອິນຊີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເຊິ່ງຟາມດັ່ງກ່າວ ມີງົວແມ່ພັນຊີ້ນວາກິວແອງກັດ ຈາກແຂວງຊຽງຂວາງຈຳນວນ 151 ແມ່ ມີເນື້ອທີ່ສຳປະທານ 150 ເຮັກຕາ ໃນນັ້ນ ໄດ້ປູກຫຍ້າແລ້ວ 73 ເຮັກຕາ ມີຫຍ້າເນເປຍ 55 ເຮັກຕາ ຫຍ້າຣູຊີ 17 ເຮັກຕາ ແລະ ຫຍ້າຫວານ 0,5 ເຮັກຕາ ສໍາລັບການລ້ຽງ ແລະ ບົວລະບັດຮັກສາງົວ ແມ່ນປະຕິບັດຕາມເຕັກນິກວິຊາການ ໂດຍສະເພາະ ການສັກຢາບຳລຸງແມ່ພັນທ້ອງຫວ່າງ ສັກຢາຂ້າແມ່ກາຝາກ ແລະ ວັກຊີນປ້ອງກັນພະຍາດເຕົ້າໂຮມເລືອດ-ປາກເປື່ອຍລົງເລັບ ນອກຈາກນັ້ນ ຍັງໄດ້ໄປຢ້ຽມຢາມໂຄງການກໍ່ສ້າງສວນສາທາລະນະໜອງຖານ ໂດຍພັດທະນາເປັນພື້ນທີ່ຕ່າງໆ ເປັນຕົ້ນ ພື້ນທີ່ພັກຜ່ອນ ພື້ນທີ່ກິດຈະກໍາກິລາ ພື້ນທີ່ກິດຈະກຳສົ່ງເສີມການປູກ-ການລ້ຽງ ແລະ ໃນຕອນທ້າຍ ໄດ້ໄປຢ້ຽມຢາມສະຖານທີ່ລ້ຽງກຸ້ງ-ລ້ຽງປາທັນສະໄໝ ຂອງບໍລິສັດ ບໍ່ແກ້ວນາຍຸງ ຈຳກັດຜູ້ດຽວ ແລະ ສູນການຄ້າສາກົນ ຕື່ມອີກ.

# ຂ່າວ-ພາບ: ຊິລິການດາ

error: Content is protected !!