6 ເດືອນຕົ້ນປີ ສາມາດຊຸກຍູ້ແຮງງານລາວໃຫ້ມີວຽກເຮັດກວ່າ 27 ພັນຄົນ

     ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ)​ ກ່ຽວກັບບັນຫາການເຄື່ອນໄຫວແກ້ໄຂແຮງງານລາວໄລຍະຜ່ານມາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດຳເນີນໃນວັນທີ 16 ມິຖຸນາ 2022 ຢູ່ສະພາແຫ່ງຊາດ ວ່າ: ຜົນກະທົບທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ 3 ປີຜ່ານມາ ໄດ້ເຮັດໃຫ້ແຮງງານລາວສູນເສຍວຽກເຮັດງານທຳ ຫຼື ວ່າງງານເປັນຈຳນວນຫຼາຍກວ່າ 500.​000 ຄົນ ຫຼື ອັດຕາການວ່າງງານເພີ່ມສູງເຖິງ 21,8% ໃນທ້າຍປີ 2021 ແລະ ໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ ເນື່ອງຈາກປະຊາຊົນໄດ້ຮັບວັກຊິນ ມີຢາປິ່ນປົວ ຮັບຮູ້ ແລະ ປະຕິບັດການປ້ອງກັນໄດ້ດີຂຶ້ນ ຈຳນວນຜູ້ຕິດເຊື້ອກໍຫຼຸດລົງ ສົ່ງຜົນໃຫ້ລັດຖະບານປະກາດເປີດປະເທດ ເຮັດໃຫ້ຫຼາຍທຸລະກິດກັບມາດຳເນີນກິດຈະການຄືນໃໝ່ ສະນັ້ນ ໜ້າທີ່ຕົ້ນຕໍຂອງລັດຖະບານ ກໍຄືກະຊວງ ຮສສ ຕ້ອງໄດ້ປະຕິບັດ ແມ່ນການເຮັດໃຫ້ກຳລັງແຮງງານລາວທີ່ວ່າງງານ ໄດ້ກັບເຂົ້າສູ່ການມີວຽກເຮັດງານທຳໂດຍຜ່ານຄວາມພະຍາຍາມຮ່ວມກັນຂອງທຸກພາກສ່ວນ ເຮັດໃຫ້ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ສາມາດຊຸກຍູ້ໃຫ້ກຳລັງແຮງງານລາວໄດ້ກັບມາມີວຽກເຮັດ 27.163 ຄົນ ໃນນີ້ ເກືອບເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ໄປວຽກເຮັດຢູ່ຕ່າງປະເທດ  ເພາະວ່າຕະຫຼາດແຮງງານຢູ່ຕ່າງປະເທດ ຖືເປັນທາງອອກໜຶ່ງໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໃນການອອກໄປເກັບກ່ຽວປະສົບການ ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້ ຕາມການຄາດຄະເນໂດຍສະເລ່ຍ ແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4,55 ລ້ານໂດລາສະຫະລັດ.​

    ທ່ານ ພົງໄຊສັກ ອິນຖາລາດ ກ່າວຕື່ມວ່າ: ສຳລັບອົງການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແມ່ນມີທັງອົງການຂອງລັດ ແລະ ບໍລິສັດຈັດຫາງານຂອງເອກະຊົນ ປັດຈຸບັນມີຫຼາຍກວ່າ 30 ບໍລິສັດ ການອະນຸຍາດສ້າງຕັ້ງ ຄຸ້ມຄອງ ແລະ ຕິດຕາມບັນດາບໍລິສັດຈັດຫາງານ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ເຊິ່ງຫາກໍປັບປຸງ ແລະ ປະກາດໃຊ້ໃນວັນທີ 25 ມີນາ 2022 ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນຕ້ອງຜ່ານອົງການຈັດສົ່ງຂອງຈໍານວນບໍລິດສັດດັ່ງກ່າວ. 

    ດ້ານການຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງບໍລິສັດຈັດຫາງານ ໃນປັດຈຸບັນ ຕົ້ນຕໍແມ່ນໄດ້ປະຕິບັດຄື ກ່ອນທີ່ບໍລິສັດຈະລົງເຄື່ອນໄຫວຮັບສະໝັກເອົາແຮງງານຢູ່ແຕ່ລະແຂວງ ເພື່ອສົ່ງໄປເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງມີໜັງສືຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງໄປຍັງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ນະຄອນຫຼວງ ຮັບຊາບ ເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນການຮັບສະໝັກແຮງງານຢູ່ແຕ່ລະທ້ອງຖິ່ນ ພ້ອມນີ້ ພະນັກງານທຸກຄົນ ຕ້ອງມີບັດພະນັກງານທີ່ອອກໂດຍກົມການຈັດຫາງານ ກະຊວງ ຮສສ ຈຶ່ງສາມາດລົງເຄື່ອນໄຫວໄດ້ ເພື່ອປ້ອງກັນບັນດານາຍໜ້າເຖື່ອນທີ່ໄປຕົວະຍົວະຫຼອກລວງໄປຂາຍແຮງງານ ພາຍຫຼັງຮັບສະໝັກແຮງງານ ແລະ ປະກອບເອກະສານຄົບຖ້ວນແລ້ວ ກ່ອນການຈັດສົ່ງ ຕ້ອງໄດ້ຮັບອະນຸຍາດຈາກທ້ອງຖິ່ນເສຍກ່ອນ ຈຶ່ງສາມາດເຄື່ອນຍ້າຍແຮງງານໄດ້  ມີປື້ມຄູ່ມືການເຝີກອົບຮົມກ່ອນການຈັດສົ່ງ ເຊິ່ງກ່ອນການຈັດສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດແຕ່ລະຄັ້ງ ບໍລິສັດຈັດຫາງານຕ້ອງໄດ້ເຝີກອົບຮົມ ແນະນໍາກ່ຽວກັບລະບຽບການຕ່າງໆຂອງປະເທດສົ່ງ ແລະ ປະເທດຮັບ ການເດີນທາງ ການດໍາລົງຊີວິດ ການຕິດຕໍ່ກັບພາກສ່ວນກ່ຽວຂ້ອງ ເມື່ອມີບັນຫາ ແລະ ມີລະບົບໂປຣແກຮມແບບອອນລາຍ ເພື່ອບັນທຶກຂໍ້ມູນຂອງຜູ້ອອກແຮງງານທີ່ຖືກຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດທີ່ບໍລິສັດຈັດຫາງານໄດ້ຈັດສົ່ງ ມີການລົງຕິດຕາມ ແລະ ປະເມີນຜົນການເຄື່ອນໄຫວຂອງແຕ່ລະບໍລິສັດເປັນແຕ່ລະໄລຍະ ໃນກໍລະນີບໍລິສັດຈັດຫາງານຫາກເຄື່ອນໄຫວບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ແມ່ນຈະດໍາເນີນຕາມກົດຫມາຍເຊັ່ນ: ຄັ້ງທີ  1  ສຶກສາອົບຮົມ ໃຊ້ແທນຄືນຄ່າເສຍຫາຍທີ່ເກີດຂື້ນ ແລະ ປັບໃໝ 10% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນຄັ້ງທີ  2  ໃຊ້ແທນຄືນ ປັບໃໝເພີ່ມ 30% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ ຄັ້ງທີ  3  ໃຊ້ແທນຄືນ ປັບໃໝເພີ່ມ 60% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ ຄັ້ງທີ  4  ສັ່ງໂຈະກິດຈະການຊົ່ວຄາວ ຄັ້ງທີ  5  ຖອນໃບອະນຸຍາດສ້າງຕັ້ງວິສາຫະກິດບໍລິການຈັດຫາງານ ສ່ວນໃນກໍລະນີມີຄວາມເສຍຫາຍເກີດຂຶ້ນ ຕໍ່ກັບຜູ້ອອກແຮງງານ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ວິສາຫະກິດບໍລິການຈັດຫາງານ ຈະຕ້ອງຊົດໃຊ້ຜົນເສຍຫາຍຄືນໃນແຕ່ລະກໍລະນີ ແລະ ຈະຖືກດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.

# ຂ່າວ – ພາບ

error: Content is protected !!