ພະອາຈານ ບຸນຍາດ ຄໍາພູ ພະອະປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ລົງໄປທໍາກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດ ຢູ່ໂຮງຮຽນ ໄຊຍະວົງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 16 ມິຖຸນາ 2022 ມີນັກຮຽນເຂົ້າຮ່ວມ 218 ຄົນ.

ການທໍາກິດຈະກຳຄັ້ງນີ້ ຈຸດປະສົງເພື່ອປູກຈິດສໍານຶກໃຫ້ນັກຮຽນຮູ້ເຖິງໂທດຂອງຢາສູບ ຄວາມອັນຕະລາຍຂອງຢາເສບຕິດ ມີ ຢາບ້າ ກັນຊາ ເຮໂຣອິນ ຢາໄອສ໌ ຢາອີ ເຫຼົ່ານີ້ເປັນຕົ້ນ ແນໃສ່ການພັດທະນານັກຮຽນໃຫ້ປອດຈາກສິ່ງເສບຕິດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງຊາດ ພ້ອມນັ້ນ ພະອາຈານ ບຸນຍາດ ຄໍາພູ ໄດ້ນໍາອຸປະກອນການຮຽນ-ການສອນ ແລະ ວັດຖຸສິ່ງຂອງມາມອບໃຫ້ກັບນ້ອງນັກຮຽນ ເຊິ່ງອຸປະກອນດັ່ງກ່າວ ໄດ້ຮັບການອຸປະຖໍາຈາກທ່ານ ຄໍາຜົງ ປານີຈິດ ນາງ ໄພວັນ ຈັນງາຄໍາ ທ່ານ ສົມພົງ ສູນດາລາ ທ່ານ ນາງ ສະໄໝ ສູນດາລາ ທ່ານ ນາງ ຕ້າ ພູມະນີ ແລະ ນາງ ວິໄລ ປະວົງວຽງຄໍາ.

# ຂ່າວ – ພາບ : ຂັນທະວີ