ອາເມຣິກາ ມອບອຸປະກອນນໍາໃຊ້ໃນຫ້ອງປະຊຸມອອນລາຍ ໃຫ້ກັບອົງການໄອຍະການປະຊາຊົນສູງສຸດ

    ໂດຍໄດ້ຮັບການມອບໝາຍຈາກກະຊວງການຕ່າງປະເທດ ແລະ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວັນທີ 17 ມິຖຸນາ 2022 ທີ່ອົງການໄອຍະການປະຊາຊົນສູງສຸດ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບທ່ານ ທອດ ໂຣບິນສັນ ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ຫົວໜ້າຫ້ອງການປາບປາມຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ ກະຊວງການຕ່າງປະເທດສະຫະລັດອາເມຣິກາ ເຂົ້າຢ້ຽມພົບປະ ໂດຍມີພະນັກງານສອງຝ່າຍເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຕ້ອນຮັບ ແລະ ຄວາມຊົມເຊີຍທີ່ທ່ານ ທອດ ໂຣບິນສັນ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ສອງຝ່າຍຕີລາຄາສູງ ຜົນສໍາເລັດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາໃນໄລຍະຜ່ານມາ ໂດຍສະເພາະ ການຮ່ວມມືລະຫວ່າງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາ ປະຈໍາ ສປປ ລາວ ເຊິ່ງໄດ້ຮັບການຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ອົງການໄອຍະການປະຊາຊົນຂອງ ສປປ ລາວ ເປັນຢ່າງດີ ອັນໄດ້ປະກອບສ່ວນເຮັດໃຫ້ວຽກງານໄດ້ຮັບການພັດທະນາດີຂຶ້ນ ໃນໂອກາດດັ່ງກ່າວ ຍັງໄດ້ມອບອຸປະກອນນໍາໃຊ້ໃນກອງປະຊຸມອອນລາຍ ແລະ ໂນ໊ດບຸກ ຈຳນວນ 10 ເຄື່ອງ ລວມມູນຄ່າ 466.400.000 ກີບ ໃຫ້ອົງການໄອຍະການປະຊາຊົນສູງສຸດ ຕື່ມອີກ.

# ຂ່າວ-ພາບ :  ບຸນມີ

error: Content is protected !!