ສືບຕໍ່ແຜນງານການຮ່ວມມື ເພື່ອສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ

    ພິທີເປີດແຜນງານ ແລະ ເຊັນບົດບັນທຶກຮ່ວມລະຫວ່າງລັດຖະບານ ສປປ ລາວ ແລະ ອົງການແຮງງານສາກົນ ໃນແຜນງານການຮ່ວມມື ເພື່ອສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ ສົກປີ 2022-2026 ຈັດຂຶ້ນວັນທີ 16 ມິຖຸນາ 2022 ທີ່ໂຮງແຮມຄລາວ ພລາຊາ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ແກຣມ ບັກເລ ຜູ້ອຳນວຍການຫ້ອງການອົງການແຮງງານສາກົນປະຈຳປະເທດໄທ ກຳປູເຈຍ ແລະ ສປປ ລາວ ມີທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານສູນກາງສະຫະພັນກຳມະບານລາວ ພ້ອມຕາງໜ້າສະຖານເອກອັກຄະລັດຖະທູດ ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ ແລະ ບັນດາຄູ່ຮ່ວມງານເຂົ້າຮ່ວມ. 

    ທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ກ່າວວ່າ: ຈຸດປະສົງຂອງພິທີໃນຄັ້ງນີ້ ເພື່ອສະຫຼຸບຜົນງານພົ້ນເດັ່ນຂອງອົງການແຮງງານສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ສົກປີ 2017-2021 ເພື່ອນໍາສະເໜີແຜນງານການຮ່ວມມືໄລຍະໃໝ່ ເພື່ອສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ ສົກປີ 2022-2026 ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນງານການຮ່ວມມືໄລຍະໃໝ່ນີ້ ໃຫ້ສາມາດດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຈະໄດ້ສະແດງອອກໃນບັນດາຄໍາເຫັນຂອງບັນດາທ່ານການນໍາກະຊວງ ຂະແໜງການ ທີ່ຈະເປັນຜູ້ຈັດຕັ້ງປະຕິບັດຫຼັກຂອບແຜນງານການຮ່ວມມືໄລຍະໃໝ່ (ສົກປີ 2022-2026) ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການແຮງງານສາກົນ ແມ່ນໄດ້ຖືກສ້າງຂຶ້ນພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ຂອບການຮ່ວມມືເພື່ຶອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ Lao PDR-UN Sustainable Development Cooperation Framework (UNSDCF) ໂດຍຜ່ານຂະບວນການປຶກສາຫາລືກັບທຸກພາກສ່ວນຢ່າງກ້ວາງຂວາງ ເປັນຕົ້ນແມ່ນພາກລັດຖະບານ ສປປ ລາວ ກໍຄືບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ສະຖາບັນການເງິນສາກົນ ລວມທັງອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນອື່ນໆ.

# ຂ່າວ – ພາບ : ຊິລິການດາ                 

error: Content is protected !!