ຜົນງານການປະກອບສ່ວນຂອງອົງການ SDC ໃນການຊ່ວຍເຫຼືອໂຄງການ ຂອງ ທລຍ

    ເປັນເວລາຫຼາຍກວ່າ 10 ປີ ນັບຕັ້ງແຕ່ປີ 2009-2022 ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດ (SDC) ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 40 ລ້ານໂດລາສະຫະລັດ ປະມານ 589,2 ຕື້ກີບ ເພື່ອຈັດຕັ້ງປະຕິບັດໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທາງດ້ານການເງິນ ແລະ ດ້ານເຕັກນິກວິຊາການ ໂດຍຜ່ານການສົ່ງເສີມການວາງແຜນແບບມີສ່ວນຮ່ວມ ແຕ່ລຸ່ມຫາຂື້ນເທີງ ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄັດເລືອກບຸລິມະສິດຄວາມຕ້ອງການຂອງຊຸມຊົນ ໂດຍການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ ໂດຍສະເພາະແມ່ນການສະໜັບສະໜູນການພັດທະນາໂຄງລ່າງພື້ນຖານທັງໝົດ 1.544 ໂຄງການຍ່ອຍ ໃນແຕ່ຂະແໜງການຕ່າງໆ ເປັນຕົ້ນແມ່ນສາທາລະນະສຸກ ສືກສາທິການ-ກີລາ ໂຍທາທິການ-ຂົນສົ່ງ ແລະ ກະສີກຳ- ປ່າໄມ້ ນອກນັ້ນ ຍັງມີການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ອໍານາດການປົກຄອງທ້ອງຖີ່ນ ການປ້ອງກັນຜົນກະທົບທາງສັງຄົມ ແລະ ສີງແວດລ້ອມ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດ ທັງໝົດຂອງກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດນັ້ນ ລ້ວນແລ້ວແຕ່ແນໃສ່ຮັບປະກັນໃຫ້ຜູ້ທີ່ທຸກຍາກໄດ້ຮັບຜົນປະໂຫຍດສູງສຸດ.

    ນອກຈາກນີ້ ໄລຍະທີ່ປະເທດລາວໄດ້ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທ້າຍປີ 2021 ອົງການ SDC ກໍໄດ້ໃຫ້ທຶນສະໜັບສະໜູນ ຈໍານວນ 500.000 ໂດລາສະຫະລັດ ປະມານ 7,3 ຕື້ກີບ ເພື່ອສະໜັບສະໜູນລັດຖະບານລາວ ໃນການຫຼຸດຜ່ອນຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ລົງສູ່ເຂດຊົນນະບົດ ໂດຍໄດ້ຈັດຕັ້ງປະຕິບັດກິດຈະກຳຢູ່ 900 ບ້ານ 35 ເມືອງ ຂອງ 10 ແຂວງ ເພື່ອສ້າງຈິດສໍານຶກໃຫ້ກັບຊຸມຊົນຢູ່ບ້ານເປົ້າໝາຍເຫຼົ່ານັ້ນ ແລະ ໃຫ້ທຶນສະໜັບສະໜູນຈຳນວນ 395.200 ໂດລາສະຫະລັດ ປະມານ 5,8 ຕື້ກີບ ສຳລັບເປັນຄ່າບໍລິຫານ ແລະ ຕິດຕາມວຽກງານການກໍ່ສ້າງ 53 ໂຄງການຍ່ອຍຢູ່ 6 ແຂວງ ຄື: ຫຼວງນໍ້າທາ ຫຼວງພະບາງ ສະຫວັນນະເຂດ ສາລະວັນ ເຊກອງ ແລະ ແຂວງອັດຕະປື ພາຍໃຕ້ທຶນສົມທົບຂອງລັດຖະບານ ຂອງ ທລຍ 3. 

    ກອງປະຊຸມປິດການຊ່ວຍເຫຼືອໂຄງການຂອງ ທລຍ ຂອງອົງການ SDC ຈັດຂຶ້ນວັນທີ 16 ມິຖຸນາ 2022 ທີ່ຫ້ອງປະຊຸມຫ້ອງການ ທລຍ ໂດຍການເປັນປະທານຮ່ວມຂອງທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ຄຣີສຕຽນ ເອງເລີ (Christian Engler) ຮອງຫົວໜ້າອົງການ SDC ປະຈໍາ ສປປ ລາວ ມີທ່ານ ນາງ ອໍເຣລີ ໄຣ່ເຮຕິ (Aurélie Righetti) ຫົວໜ້າແຜນງານດ້ານການຄຸ້ມຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ບັນດາຜູ້ຮັບຜິດຊອບແຜນງານອາວຸໂສ ດ້ານການຄຸ້ມຄອງ ຊ່ຽວຊານອາວຸໂສດ້ານພັດທະນາສັງຄົມ ແລະ ຫົວໜ້າຄະນະທິມງານຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍທິມງານຊ່ຽວຊານທະນາຄານໂລກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

# ບຸນມີ 

error: Content is protected !!