ສະຖານເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ຈັດງານສະເຫຼີມສະຫຼອງວັນປະກາດເອກກະລາດ ຂອງສະຫະລັດອາເມຣິກາ ຄົບຮອບ 246 ປີ ງານດັ່ງກ່າວຈັດຂຶ້ນພາຍໃຕ້ຮູບແບບງານ ຫົວຂໍ້ “Start Your Engines” ຫຼື ເລີ່ມຕິດເຄື່ອງຈັກຂອງທ່ານ ປະກອບສ່ວນໃນການຂັບເຄື່ອນເສດຖະກິດ.


ທ່ານ ປີເຕີ ເອມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ກ່າວໃນງານຄັ້ງນີ້ວ່າ: ພວກເຮົາຫາກໍຜ່ານພົ້ນຊ່ວງເວລາ 2 ປີ ແຫ່ງຄວາມທ້າທາຍ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຂ້າພະເຈົ້າຂໍສະແດງຄວາມນັບຖືມາຍັງຜົນສຳເລັດທີ່ໜ້າປະທັບໃຈຂອງລັດຖະ ບານແຫ່ງ ສປປ ລາວ ໃນການປົກປ້ອງສຸຂະພາບຂອງປະຊາຊົນລາວ ໃນໄລຍະເວລາຂອງການແຜ່ລະບາດຂອງພະຍາດນັ້ນ ປັດຈຸບັນ ບັນດາດ່ານຕ່າງໆໄດ້ເປີດຄືນໃໝ່ ແລະ ພວກເຮົາໄດ້ກ້າວຜ່ານພະຍາດໂຄວິດ-19 ກໍເຖິງເວລາແລ້ວທີ່ຈະຟື້ນຟູເສດຖະກິດໃນ ສປປ ລາວ ເຊັ່ນດຽວກັນກັບຫຼາຍປະເທດໃນທົ່ວໂລກ ດັ່ງນັ້ນຈຶ່ງເປັນເຫດຜົນທີ່ນຳພວກເຮົາມາສູ່ການຈັດງານຄັ້ງນີ້ພາຍໃຕ້ຮູບແບບງານ ຫຼື ຫົວຂໍ້ງານ “Start Your Engines” ຫຼື ເລີ່ມຕິດເຄື່ອງຈັກຂອງທ່ານ ເຊິ່ງສື່ເຖິງການຕິດເຄື່ອງຈັກຍານພາຫະນະເພື່ອເດີນໜ້າ ກໍຄື ການເລີ່ມຂັບເຄື່ອນທາງເສດຖະກິດຂອງປະເທດພວກເຮົາ ເຊິ່ງສະຫະລັດອາເມຣິກາ ມີຄວາມຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານລາວໃນການຟື້ນຟູເສດຖະກິດຄືນໃໝ່ ເພື່ອໃຫ້ກົນໄກທາງເສດຖະກິດເຮັດວຽກໄດ້ດີ ແລະ ດຳເນີນການປະຕິຮູບເສດຖະກິດຕາມແນວທາງທີ່ລັດຖະບານໄດ້ວາງອອກ ພາຍໃຕ້ການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມຣິກາ-ສປປ ລາວ.

ພ້ອມນັ້ນ ສະຫະລັດອາເມຣິກາ ຈະສືບຕໍ່ເປັນຄູ່ຮ່ວມມືສະໜັບສະໜູນ ສປປ ລາວ ໃນການຊຸກຍູ້ເພື່ອໃຫ້ເສດຖະກິດເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາອີກຄັ້ງ ເຖິງແມ່ນວ່າຈະປະເຊີນໜ້າກັບຄວາມທ້າທາຍ ທາງເສດຖະກິດກໍຕາມ ແລະ ຈະໃຫ້ການສະໜັບສະໜູນແກ່ການພັດທະນາ ສປປ ລາວ ເພື່ອໃຫ້ກາຍເປັນປະເທດທີ່ເຂັ້ມແຂງ ຮຸ່ງເຮືອງ ເອກະລາດ ແລະ ເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ.
ງານດັ່ງກ່າວຈັດຂຶ້ນວັນທີ 16 ມິຖຸນາ 2022 ທີ່ຮ້ານອາຫານ Caracter Cafe ໂດຍມີ ທ່ານ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມບັນດາລັດຖະມົນຕີ ທູດຕານຸທູດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.