ອາຊຽນ -ອິນເດຍ ສະຫຼອງຄົບຮອບ 30 ປີ ແຫ່ງການພົວພັນ

    ກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ສະໄໝພິເສດ ເພື່ອສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ອິນເດຍ ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ນະຄອນຫຼວງ ນິວເດັນລີ ປະເທດອິນເດຍ ໂດຍການເປັນປະທານຮ່ວມຂອງລັດຖະມົນຕີຕ່າງປະເທດສິງກະໂປ ແລະ ລັດຖະມົນຕີຕ່າງປະເທດອິນເດຍ ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຜູ້ຕາງໜ້າ.

    ໂດຍໄດ້ຮັບການມອບໝາຍຈາກລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່ອນໜ້ານີ້ໃນວັນທີ 15 ມິຖຸນາ 2022 ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໃນຄັ້ງນີ້.

    ໃນກອງປະຊຸມລັດຖະມົນຕີດັ່ງກ່າວ ອາຊຽນ ແລະ ອິນເດຍ ໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຮ່ວມມືອາຊຽນ-ອິນເດຍ ໃນໄລຍະ 30 ປີຜ່ານມາ ໃນດ້ານການເມືອງ-ຄວາມໝັ້ນຄົງ ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ແລະ ການເຊື່ອມໂຍງພາກພື້ນ ກໍຄືການສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ພ້ອມດຽວກັນນັ້ນ ກອງປະຊຸມລັດຖະມົນຕີກໍໄດ້ປຶກສາຫາລືກ່ຽວກັບທິດທາງຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ ໂດຍຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ຢ່າງມີປະສິດທິຜົນ ໂດຍສະເພາະ ແມ່ນເພີ່ມທະວີການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດຫຼັງການແຜ່ລະບາດ ຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ອິນເດຍ (AIFTA) ຢ່າງມີປະສິດທິພາບ ແລະ ເລັ່ງລັດການທົບທວນສັນຍາອາຊຽນ-ອິນເດຍ ວ່າດ້ວຍການຄ້າດ້ານສິນຄ້າ ສະໜັບສະໜູນຈຸລະວິສາຫະກິດ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ການຫັນເປັນດີຈີຕອນ ສາທາລະນະສຸກ ກະສິກໍາ ການສຶກສາ ການທ່ອງທ່ຽວ​ ການເຊື່ອມຈອດ ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນ ໂດຍສະເພາະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ແລະ ອື່ນໆ.

    ນອກຈາກນັ້ນ ກອງປະຊຸມຍັງໄດ້ຊຸກຍູ້ໃຫ້ເພີ່ມທະວີການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະ ໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວ ເຊື່ອມຕໍ່ມາຍັງ ສປປ ລາວ ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ. ອັນສໍາຄັນ ອາຊຽນ ແລະ ອິນເດຍ ໄດ້ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກ້າວໄປສູ່ການຍົກລະດັບການພົວພັນອາຊຽນ-ອິນເດຍ ຈາກຄູ່ຮ່ວມຍຸດທະສາດຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ມີຄວາມໝາຍ ມີເນື້ອໃນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

     ໃນວັນດຽວກັນ, ລັດຖະມົນຕີຕ່າງປະເທດ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ກໍໄດ້ເຂົ້າຢ້ຽມຄໍານັບພະນະທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີແຫ່ງ ອິນເດຍ.

    ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງອິນເດຍ ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອາຊຽນ-ອິນເດຍ ກໍຄືການຮ່ວມມືໃນຂອບສອງຝ່າຍ ລາວ-ອິນເດຍ ໃນໄລຍະຜ່ານມາ. ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ນິວເດັນລີ ຄັ້ງນີ້ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເດັນລີ ຄັ້ງທີ 12 (Delhi Dialogue XII) ໂດຍໄດ້ກ່າວບົດປາໄສກ່ຽວກັບການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ອິນເດຍ ໃນໄລຍະ 30 ປີຜ່ານມາ ຊຶ່ງເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນອາຊຽນ-ອິນເດຍ.​

    ອິນເດຍ ໄດ້ເລີ່ມການພົວພັນຮ່ວມມືເປັນຄູ່ຮ່ວມຂະແໜງການຂອງອາຊຽນ ໃນປີ 1992 ແລະ ກາຍເປັນຄູ່ຮ່ວມເຈລະຈາສົມບູນຂອງອາຊຽນ ໃນປີ 1995.

.

error: Content is protected !!