ໃນທ້າຍເດືອນພຶດສະພາ 2022ຜ່ານມາ ນັກວິທະຍາສາດຈາກອົງການອະນຸຮັກສັດປ່າ (WCS) ປະຈໍາ ສປປ ລາວ ພ້ອມດ້ວຍຄູ່ຮ່ວມງານຈາກພາກລັດ ແລະ ຄະນະອະນຸຮັກຊີວະນາໆພັນຂັ້່ນບ້ານ ບ້ານນາຕ້າຍ ໄດ້ລົງຕິດຕາມກວດກາຊີວະນາໆພັນ ແລະ ເກັບໄຂ່ແຂ້ນໍ້າຈືດ ຢູ່ທີ່ດິນບໍລິເວນນໍ້າຣາມຊາ ເຊຈໍາພອນ ແຂວງສະຫວັນນະເຂດ ເຊິ່ງນຳພາໂດຍ ທ່ານ ດຣ. ສະຕີບ ພຣັດ (ຊ່ຽວຊານສັດເລືອຄານປະຈໍາພາກພື້ນ WCS) ແລະ ທ່ານນາງ ສຸນັນທາ ບຸດສະກິດຕິລາດ (ວິຊາການດ້ານຊີວະນາໆພັນແຂວງສະຫວັນນະເຂດ WCS).

ທ່ານ ຊາມູແອວ ເລັສລີ ຜູ້ຊີ້ນໍາດ້ານວິຊາການສໍາລັບເຂດພູມີທັດແຂວງສະຫວັນນະເຂດ ຂອງ WCS ກ່າວວ່າ: ແຂ້ນໍ້າຈືດແມ່ນສັດທີ່ໃກ້ຈະສູນພັນ ເຊິ່ງມີຈໍານວນໜ້ອຍກວ່າ 1.000 ໂຕ ຢູ່ໃນຖິ່ນທີ່ຢູ່ອາໄສທໍາມະຊາດ ໃນນັ້ນ ພົບວ່າມີໜ້ອຍກວ່າ 5% ຂອງຈໍານວນໄຂ່ທີ່່ຖືກວາງຕາມທໍາມະຊາດ ສາມາດມີຊີວິດຢູ່ລອດຈົນເຕີບໃຫຍ່ເຕັມທີ່ ຢູ່ເຂດຣາມຊາເຊຈໍາພອນ ທີມງານອະນຸຮັກໄດ້ເກັບໄຂ່ຈາກຮັງທໍາມະຊາດ 2-3 ແຫ່ງໃນແຕ່ລະປີ ແລະ ຊ່ວຍເບາະລ້ຽງໂຕອ່ອນເປັນເວລາ 2 ປີ ຈົນລູກແຂ້ມີຄວາມຍາວເກືອບ 1 ແມັດ ແລ້ວປ່ອຍລົງຄືນສູ່ທໍາມະຊາດ ຈົນສາມາດເຮັດໃຫ້ປະຊາກອນແຂ້ຢູ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ສາມາດຟື້ນຟູຈໍານວນໄດ້ດີຂຶ້ນ ແລະ ໄວກວ່າເກົ່າ.

ການເກັບໄຂ່ແຂ້ໃນຄັ້ງນີ້ ມີຄວາມສໍາຄັນເປັນພິເສດ ເນື່ອງຈາກວ່າ ແມ່ແຂ້ໄດ້ຖືກລະບຸ ແລະ ຢັ້ງຢືນວ່າເປັນແຂ້ໂຕທີ່ຖືກນໍາມາເບາະລ້ຽງ ແລະ ປ່ອຍຄືນສູ່ທໍາມະຊາດ ໂດຍອົງການອະນຸຮັກສັດປ່າ ພ້ອມດ້ວຍຄູ່ຮ່ວມງານພາກລັດ ແລະ ຄະນະອະນຸຮັກຊີວະນາໆພັນຂັ້່ນບ້ານເມື່ອ 8 ປີກ່ອນ ເຊິ່ງຖືວ່າເປັນກໍລະນີທໍາອິດທີ່ຖືກບັນທຶກວ່າ ແຂ້ນໍ້າຈືດທີ່ຜ່ານການເບາະລ້ຽງ ໄດ້ປະສົບຜົນສໍາເລັດໃນການສ້າງຮັງ ແລະ ອອກແມ່ແຜ່ລຸກຢູ່ໃນທໍາມະຊາດ ພາຍຫຼັງທີ່ແຂ້ໄດ້ຮັບການຟັກໂຕ ນັກວິທະຍາສາດໄດ້ຕັດເກັດສະເພາະຢູ່ຫາງຂອງພວກມັນ ເຊິ່ງຂະບວນການທີ່ເອີ້ນວ່າ ການສ້າງເຄື່ອງໝາຍ ແມ່ແຂ້ໂຕນີ້ ຖືກລະບຸດ້ວຍໝາຍເລກ 36 ແລະ ຂໍ້ມູນບັນທຶກສະແດງໃຫ້ເຫັນວ່າ ແມ່ແຂ້ໂຕນີ້ໄດ້ແຕກເບາະອອກຈາກໄຂ່ ຢູ່ສະຖານທີ່ຟັກໄຂ່ຂອງບ້ານຕານສູມ ໃນວັນທີ 11 ສິງຫາ 2012 ແລະ ໄດ້ຖືກປ່ອຍຄືນສູ່ທໍາມະຊາດໃນປີ 2014 ໃນໄລຍະນໍ້າຖ້ວມຕາມລະດູການທີ່ເກີດຂຶ້ນໃນແຕ່ລະປີ ແມ່ແຂ້ໂຕນີ້ໄດ້ເດີນທາງໄປບຶງ/ທີ່ຢູ່ຫ່າງຈາກສະຖານທີ່ປ່ອຍແຂ້ໃນເບື້ອງຕົ້ນເປັນຫຼາຍກິໂລແມັດ ເຊິ່ງເປັນການຄົ້ນພົບທີ່ສໍາຄັນອີກຢ່າງໜຶ່ງເຖິງຄວາມຫຍຸ້ງຍາກ ແລະ ຄວາມສັບຊ້ອນໃນການຕິດຕາມສັດຊະນິດພັນນີ້ ວ່າໄດ້ຂະຫຍາຍອານາເຂດກ້ວາງອອກໄປທົ່ວພູມີທັດ.

ທີ່ດິນບໍລິເວນນໍ້າເຊຈຳພອນ ເປັນບ່ອນຢູ່ອາໄສຂອງປະຊາກອນແຂ້ນໍ້າຈືດທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍຂອງ ສປປ ລາວ ເຊິ່ງນໍາໄປສູ່ການສ້າງຕັ້ງເຂດດັ່ງກ່າວເປັນ “ທີ່ດິນບໍລິເວນນໍ້າທີ່ມີຄວາມສຳຄັນລະດັບສາກົນ” ພາຍໃຕ້ສົນທິສັນຍາຣາມຊາ ໃນຂະນະທີ່ຄວາມເຊື່ອຖືຕາມປະເພນີໃນທ້ອງຖິ່ນ ໄດ້ສະໜອງການປົກປ້ອງທີ່ເຂັ້ມແຂງໃຫ້ແກ່ແຂ້ເຫຼົ່ານີ້ ຈາກການຖືກລ່າ ການທໍາລາຍຖິ່ນທີ່ຢູ່ອາໄສຢ່າງຕໍ່ເນື່ອງ ພາຍໃນ ແລະ ອ້ອມແອ້ມເຂດຣາມຊາ ເຮັດໃຫ້ປະຊາກອນແຂ້ມີຄວາມສ່ຽງຫຼາຍ ມີພຽງແຕ່ 3 ໃນ 30 ໜ່ວຍຂອງໄຂ່ແມ່ແຂ້ເລກທີ #36 ຖືກພົບວ່າມີຄວາມອຸດົມສົມບູນ ເຊິ່ງສາເຫດອາດສາມາດເຊື່ອມໂຍງກັບການຖາງປ່າຂະໜາດໃຫຍ່ໃກ້ກັບບຶງດັ່ງກ່າວໃນໄລຍະຜ່ານມາ ທີ່ອາດຈະເປັນການຂັບໄລ່ແຂ້ໂຕຜູ້ອອກໄປຈາກເຂດນັ້ນ. ແຕ່ຖືວ່າໂຊກດີທີ່ຮັງອື່ນໆແມ່ນຍັງມີອັດຕາສ່ວນຂອງໄຂ່ທີ່ອຸດົມສົມບູນທີ່ສູງກວ່າ.
ອົງການ WCS ກໍາລັງເຮັດວຽກເພື່ອຮັບປະກັນການປົກປ້ອງສັດປ່າ ແລະ ຖິ່ນທີ່ຢູ່ອາໄສທຳມະຊາດ ພ້ອມສະກັດກັ້ນການທໍາລາຍຖິ່ນທີ່ຢູ່ອາໄສທີ່ສໍາຄັນ ໂດຍຄຽງຄູ່ກັບການເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນ ໃນການປັບປຸງການວາງແຜນການນໍາໃຊ້ຊັບພະຍາກອນແບບຍືນຍົງຫຼາຍຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ທີ່ຕິດພັນກັບການຄຸ້ມຄອງທີ່ດິນບໍລິເວນນໍ້າແບບຍືນຍົງ ໂດຍຜ່ານການສະໜອງທຶນໂດຍມູນນິທິ Margret A. Cargill Foundation ແລະ EU/AFD ທີ່ພາຍໃຕ້ໂຄງການ “ການອະນຸຮັກລະບົບນິເວດ ໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ.
.