ເພີ່ມມາດຕະການຢ່າງເຂັ້ມງວດໃນການຄຸ້ມຄອງຮ້ານແລກປ່ຽນນອກລະບົບ

    ທະນາຄານແຫ່ງ ສປປ ລາວ ໄດ້ຈຳກັດຂອບເຂດຂອງຮ້ານແລກປ່ຽນເງິນຕາພາຍໃນປະເທດ ໃນເມື່ອກ່ອນມີຮ້ານແລກປ່ຽນເງິນຕາທັງໝົດ 550 ຮ້ານ ປັດຈຸບັນຍັງເຫຼືອຢູ່ 400 ກວ່າຮ້ານ ພ້ອມກັນນັ້ນ ໄດ້ປັບປຸງລະບຽບການຄຸ້ມຄອງຮ້ານແລກປ່ຽນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາທົ່ວໄປ.

    ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາເມື່ອວັນທີ 15 ມິຖຸນາວ່າ ເພື່ອເປັນການຄຸ້ມຄອງຮ້ານແລກປ່ຽນເງິນຕາ ເຊິ່ງທະນາຄານແຫ່ງ ສປປ ລາວໄດ້ອອກຈຳໜ່າຍພັນທະບັດວົງເງິນເບື້ອງຕົ້ນ 5 ພັນຕື້ກີບ ອາຍຸ 6 ເດືອນດອກເບ້ຍ 20% ເພື່ອຫຼຸດຜ່ອນເງິນຢູ່ຂອດຈໍລະຈອນຈຳນວນໜຶ່ງລົງ ໂດຍຈະບໍ່ກະທົບກັບການດຳລົງຊີວິດ ການດຳເນີນທຸລະກິດ ແລະ ຈະເຮັດໃຫ້ເງິນກີບແຂງຄ່າຂຶ້ນຕື່ມ ພ້ອມກັນນັ້ນ ກໍໄດ້ຈຳກັດຂອບເຂດຮ້ານອັດຕາແລກປ່ຽນເງິນຕາ ເພີ່ມທະວີການຄຸ້ມຄອງໃຫ້ຫຼາຍຂຶ້ນ ປັບປງຸລະບຽບການວ່າດ້ວຍການຄຸ້ມຄອງຮ້ານແລກປ່ຽນຕາມທະນາຄານທຸລະກິດແລກປ່ຽນ ອອກຂໍ້ຕົກລົງວ່າດ້ວຍການປັບປຸງລະບຽບການຄຸ້ມຄອງຮ້ານແລກປ່ຽນ ຈຳກັດ ຮ້ານແລກປ່ຽນເງິນຕົວແທນ ເຊິ່ງການຊື້-ຂາຍເງິນຕາ ສາມາເຊື້-ຂາຍໄດ້ແຕ່ກັບບຸກຄົນ ແລະ ນັກທ່ອງທ່ຽວເທົ່ານັ້ນ ຈະບໍ່ສາມາດຊື້ຂາຍກັບບຸກຄົນ ແລະ ການຈັດຕັ້ງ ສຳລັບບໍລິສັດ ແລະ ນິຕິບຸກຄົນຕ້ອງຊື້-ຂາຍໄດ້ກັບທະນາຄານເທົ່ານັ້ນ ທຸກທຸລະກຳຮ້ານແລກປ່ຽນເງິນຕາກັບບຸກຄົນ ແມ່ນຈຳກັດສິດ ຂອບເຂດບໍ່ໃຫ້ເກີນ 15 ລ້ານກີບຕໍ່ຄົນຕໍ່ວັນ ຖ້າເກີນແມ່ນໃຫ້ຊື້-ຂາຍກັບທະນາຄານທຸລະກິດ ມອບໃຫ້ທະນາຄານທຸລະກິດ ຕິດຕາມການເຄື່ອນໄຫວຂອງຮ້ານແລກປ່ຽນຕົວແທນຂອງຕົນຢ່າງເຂັ້ມງວດ ການກຳຈັດຂອບເຂດການເຄື່ອນໄຫວຂອງຮ້ານແລກປປ່ຽນຕົວແທນນີ້ ເພື່ອສ້າງເງື່ອນໃຫ້ທະນາຄານທຸລະກິດສາມາດຊື້-ຂາຍກັບຜູ້ປະກອບການສົ່ງອອກ ນໍາເຂົ້າ ຜູ້ລົງທຶນ ການຈັດຕັ້ງໃຫ້ໄດ້ຫຼາຍຂຶ້ນ ແລະ ເປັນການຫຼຸດຜ່ອນບົດບາດອຳນາດໃນຕະຫຼາດເງິນຕາຕ່າງປະເທດຂອງຮ້ານແລກປ່ຽນຕົວແທນ ການເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດມາດຕະການຕໍ່ຜູ້ເຄື່ອນໄຫວຜິດລະບຽບທີ່ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ.

    ປັດຈຸບັນກຳລັງເຮັດວຽກຮ່ວມກັບກະຊວງ ປກສ ກວດສອບເປົ້າໝາຍຈຳນວນໜຶ່ງ ແລະ ທົບທວນນະໂຍບາຍເງິນຝາກ ແລະ ເງິນກູ້ຂອງລະບົບທະນາຄານ ຄົ້ນຄວ້າ ປັບປຸງອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ປປ ລາວ ປັບປຸງຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ທັງນີ້ກໍເພື່ອເຮັດໃຫ້ຄວາມແຕກຕ່າງລະຫວ່າງອັດຕາແລກປ່ຽນໃນທະນາຄານ ແລະ ຮ້ານອັດຕາແລກປ່ຽນເງິນຕາມີຄວາມຄ້າຍຄືກັນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!