ກະຊວງ ອຄ ກຳນົດ 5 ຍຸດທະສາດແກ້ໄຂບັນຫາລາຄາສິນຄ້າເພື່ອຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນ

   ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ IX ວັນທີ 16 ມິຖຸນາ 2022 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ບັນດາກະຊວງກ່ຽວຂ້ອງ ໄດ້ສືບຕໍ່ຂຶ້ນຊີ້ແຈງຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ  ແລະ ແຜນການ 6 ເດືອນທ້າຍປີ 2022 ຂອງລັດຖະບານ ທີ່ຕິດພັນກັບຂົງເຂດຄວາມຮັບຜິດຊອບຂອງຕົນ ເພື່ອສ້າງຄວາມເຂົ້າໃຈໃຫ້ ສສຊ ກໍຄືປະຊາຊົນທົ່ວປະເທດ ໂດຍສະເພາະ ການຕອບຄໍາຊັກຖາມຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກ່ຽວກັບການແກ້ໄຂບັນຫາຄ່າຄອງຊີບສູງ ລວມທັງມາດຕະການຄຸ້ມຄອງ ກວດກາ ແລະ ການແກ້ໄຂສະພາບການເໜັງຕີງຂອງລາຄາສິນຄ້າໃນສະພາບເງື່ອນໄຂທີ່ປະເທດເຮົາພວມພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເຊິ່ງບັນຫານີ້ ໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດ ແລະ ການເປັນຢູ່ຂອງປະຊາຊົນໂດຍກົງ.

   ຕໍ່ບັນຫານີ້ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ  ໄດ້ຊີ້ແຈງວ່າ: ເພື່ອເຮັດໃຫ້ສະພາບລາຄາສິນຄ້າໃນທ້ອງຕະຫຼາດພາຍໃນບໍ່ໃຫ້ມີການເໜັງຕີງແຮງ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລັດຖະບານ ກໍຄືກະຊວງ ອຄ ໄດ້ກໍານົດຫຼາຍນິຕິກໍາ ເຊິ່ງປັດຈຸບັນ ວາງ 5 ຍຸດທະສາດທີ່ເປັນມາດຕະການແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນ ໄດ້ປະຕິບັດການ ຕິດຕາມ ກວດກາ ລາຄາສິນຄ້າ ຕາມທ້ອງຕະຫຼາດເປັນປະຈໍາວັນ ເພື່ອຮັບປະກັນການເໜັງຕີງຂອງລາຄາໃຫ້ໄປຕາມກົນໄກຕະຫຼາດ ແລະ ປ້ອງກັນການສວຍໂອກາດທຸກຮູບແບບ ກຳນົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະ ສິນຄ້າໃນບັນຊີຄວບຄຸມ (ບັນຊີ ກ) ຫຼື ສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອ່ອນໄຫວສູງ ເຊັ່ນ: ເຂົ້າກິນ ຊີ້ນໝູ ງົວ ຄວາຍ ໄຂ່ ແລະ ປານິນ ເພື່ອບໍ່ໃຫ້ມີການສວຍໂອກາດຂາຍ ຫຼື ຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ປະເພດດັ່ງກ່າວເກີນຄວາມເປັນຈິງດ້ານໂຄງສ້າງລາຄາ ບົນພື້ນຖານດຳລັດ 474/ນຍ ຕາມລະບຽບການກ່ຽວຂ້ອງ ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງລະອຽດ ປຶກສາຫາລືປະສານສົມທົບກັບບັນດາບໍລິສັດນຳເຂົ້າສິນຄ້າປະເພດສະບຽງອາຫານ ແລະ ກະກຽມການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ ແລະ ສາມາດຮັບປະກັນໃຫ້ກຸ້ມໄດ້ 1-2 ເດືອນຂຶ້ນໄປ ພ້ອມນັ້ນ ກະຊວງ ອຄ ຍັງໄດ້ເນັ້ນໃສ່ທ່າແຮງບົ່ມຊ້ອນໃນ 8 ອຸດສາຫະກຳ  ແລະ  ຫັດຖະກຳ  ເປົ້າໝາຍທີ່ຈະສຸມໃສ່ຊຸກຍູ້ສົ່ງເສີມເປັນພິເສດ ເປັນຕົ້ນ ອຸດສາຫະກຳປຸງແຕ່ງອາຫານ ແລະ ເຄື່ອງດື່ມ ເນັ້ນໃສ່ການຜະລິດຢູ່ເຂດພາກກາງ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ແຂວງສະຫວັນນະເຂດ) ແລະ ພາກໃຕ້ (ແຂວງຈຳປາສັກ) ເຊິ່ງຄາດຄະເນຈະສາມາດຕອບສະໜອງຕະຫຼາດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າປະມານ 20% ດ້ານອຸດສາຫະກຳຜະລິດຈາກກະສິກຳ ແລະ ປ່າໄມ້ ເນັ້ນໃສ່ການຜະລິດຢູ່ 3 ແຂວງພາກກາງ ຄາດຄະເນການສົ່ງອອກໃຫ້ໄດ້ຫຼາຍກວ່າ 300 ລ້ານໂດລາສະຫະລັດຕໍ່ປີ ແລະ ອື່ນໆ

     ກ່ຽວກັບການນໍາໃຊ້ມາດຕະການຄຸ້ມຄອງລາຄາ ໄດ້ກຳນົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍລາຍການສິນຄ້າທີ່ນອນໃນບັນຊີຄວບຄຸມລາຄາ (ບັນຊີ ກ) ສ່ວນພະແນກອຸດສາຫະກຳ ແລະ ການຄ້າແຂວງ ນະຄອນຫຼວງ ແມ່ນໄດ້ກໍານົດໂຄງປະກອບລາຄາສິນຄ້າປະເພດເຂົ້າກິນ ໝູ ແລະ ປານິນ ຕາມທີ່ແຈ້ງການອອກໃນແຕ່ລະໄລຍະຜ່ານມາ ແລະ ຈະໄດ້ສືບຕໍ່ຄົ້ນຄວ້າກຳນົດໂຄງປະກອບລາຄາໄຂ່ໄກ່ ແລະ ສິນຄ້າປະເພດອື່ນໆທີ່ຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດລົງ.

   ກ່ຽວກັບຮັບມືກັບການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍກັບຄວາມຕ້ອງການ ກະຊວງ ອຄ ໄດ້ສຸມຄວາມຮັບຜິດຊອບຮ່ວມກັບກະຊວງກ່ຽວຂ້ອງ ຄົ້ນຄວ້າ ໂດຍໄດ້ນຳໃຊ້ມາດຕະການແກ້ໄຂຕ່າງໆ ເປັນຕົ້ນ ການຫຼຸດອາກອນ ນໍາໃຊ້ນະໂຍບາຍສະໜອງເງິນຕາໃຫ້ແກ່ 4 ບໍລິສັດເປົ້າໝາຍ ເພື່ອຈັດຊື້ການນໍາເຂົ້ານໍ້າມັນເຊື້ອໄຟ ສາມາດແລກປ່ຽນເງິນຕາໄດ້ຕາມອັດຕາທີ່ທະນາຄານກຳນົດ ສະເລ່ຍ 10 ລ້ານໂດລາສະຫະລັດຕໍ່ອາທິດ ປັດຈຸບັນ ສາມາດປະຕິບັດໄດ້ 30% ຂອງຄວາມຕ້ອງການທັງໝົດ ສະເລ່ຍ ນຳເຂົ້າ 30 ລ້ານລິດຕໍ່ເດືອນ (ຄວາມຕ້ອງການຕົວຈິງ 100 ລ້ານລິດຕໍ່ເດືອນ) ແລະ ການນໍາເຂົ້າມີທ່າອ່ຽງດີຂຶ້ນ ກ່ຽວກັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ ໄດ້ກໍານົດຄ່າຄວາມສ່ຽງໃຫ້ບໍລິສັດນຳເຂົ້າ 100 ກີບຕໍ່ລິດຕໍ່ຊະນິດ ເພີ່ມຄ່າບໍລິການບໍລິສັດນຳເຂົ້າ ຈາກ 190 ກີບຕໍ່ລິດຕໍ່ຊະນິດ ເປັນ 350 ກີບຕໍ່ລິດຕໍ່ຊະນິດ ເພີ່ມຄ່າບໍລິການບໍລິສັດຈຳໜ່າຍພາຍໃນຈາກ 126 ກີບຕໍ່ລິດຕໍ່ຊະນິດ ເປັນ 300 ກີບຕໍ່ລິດຕໍ່ຊະນິດ ແລະ ເພີ່ມຄ່າບໍລິການບໍລິສັດປໍ້ານໍ້າມັນເຊື້ອໄຟຈາກ 260 ກີບຕໍ່ລິດຕໍ່ຊະນິດ ເປັນ 300 ກີບຕໍ່ລິດຕໍ່ຊະນິດ ພ້ອມນີ້ຍັງນໍາໃຊ້ອັດຕາແລກປ່ຽນເດັດຖານ 14.065 ກີບຕໍ່ໂດລາສະຫະລັດ ເພື່ອບໍ່ໃຫ້ລາຄານໍ້າມັນເຊື້ອໄຟຂຶ້ນສູງເກີນໄປ.

error: Content is protected !!