3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ຈັດກິດຈະກຳບໍລິຈາກເລືອດ ເນື່ອງໃນໂອກາດວັນແພດລາວ

    ເພື່ອເປັນການຮ່ວມສະເຫຼີມສະຫຼອງວັນແພດລາວ 18 ມິຖຸນາ 2022 ຄົບຮອບ 57 ປີ (18/06/1965 – 18/06/2022) ແລະ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 3 ອົງການຈັດຕັ້ງມະຫາ ຊົນ ກະຊວງສາທາລະນະສຸກ ປະກອບມີ ສະຫະພັນກຳມະບານ ຊາວໜຸ່ມ ແລະ ແມ່ຍິງ ຮ່ວມກັບສະ ຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮ່ວມບໍລິຈາກເລືອດຂຶ້ນວັນທີ 16 ມິຖຸນາ 2022 ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ປອ ດຣ ບຸນແຝງ  ພູມມະໄລສິດ  ລັດຖະ ມົນຕີກະຊວງສາທາລະນະສຸກ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍທ່ານຫົວໜ້າສະຖາບັນເລືອດແຫ່ງຊາດ ຄະນະຜູ້ບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກ ເຂົ້າຮ່ວມ.

    ໂອກາດນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະຜູ້ບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນທີ່ຮ່ວມກັນຈັດກິດຈະກຳນີ້ຂຶ້ນມາ ເພື່ອຮ່ວມສະເຫຼີມ ສະຫຼອງວັນອັນມີຄວາມໝາຍ ຄວາມສຳຄັນດັ່ງກ່າວ ອີກທັງເປັນການປະກອບສ່ວນທາງດ້ານມະນຸດ ສະທຳ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ໃນວຽກງານການປຸກລະດົມຂົນຂວາຍຜູ້ບໍລິຈາກ ເລືອດ ເຊິ່ງໄລຍະຜ່ານມາ ທາງກະຊວງ ກໍຄືອົງການຈັດຕັ້ງມະຫາຊົນ ກໍເຄີຍຮ່ວມຈັດກິດຈະກຳດີໆ ແບບນີ້ມາແລ້ວ ຂໍໃຫ້ສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປ.

    ເຊິ່ງກິດຈະກຳໃນຄັ້ງນີ້ ຈະດຳເນີນໄປຈັນເຖິງ 15:00 ໂມງ ແລະ ຄາດຄະເນຈະມີຜູ້ເຂົ້າຮ່ວມກິດ ຈະກຳ ບໍ່ຫຼຸດຈຳນວນ 300 ຄົນ ແລະ ຈະມີຜູ້ປະກອບສ່ວນບໍລິຈາກເລືອດເກືອບ 200 ຄົນ.

# ຂ່າວ – ພາບ : ບຸນມີ

error: Content is protected !!