ລັດຖະບານໄດ້ຮັບການມອບພັນທະຈາກການຂຸດຄົ້ນແຮ່ທາດແບບທົດລອງຫຼາຍກວ່າ 321 ຕື້ກີບ ແລະ 52 ລ້ານໂດລາ

    ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 16 ມິຖຸນາ 2022 ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດບາງຕອນວ່າ  ການຈັດຕັ້ງປະຕິບັດການຂຸດຄົ້ນແຮ່ທາດແບບທົດລອງ ມາຮອດວັນທີ 14 ມິຖຸນາ 2022 ລັດຖະບານໄດ້ອະນຸຍາດໃຫ້ບັນດາບໍລິສັດເຊັນສັນຍາສໍາປະທານ ພັດທະນາບໍ່ແຮ່ໃນຮູບແບບທົດລອງ ຕາມນະໂຍບາຍຂອງລັດຖະບານ ມີທັງໝົດ 50 ບໍລິສັດ (ໃນນັ້ນ ປີ 2021 ມີ 24 ບໍລິສັດ ແລະ ປີ 2022 ມີ 26 ບໍລິສັດ ໃນນີ້ ມີໂຄງການທີ່ລັດຖະບານອະນຸມັດໃຫ້ແຂວງເຊັນສັນຍາ 1 ໂຄງການ ໃນ 50 ບໍລິສັດ ມີໂຄງການແຮ່ເຫຼັກ 36 ບໍລິສັດ ຫີນມາໂບ 2 ບໍລິສັດ ແຮ່ຄຳເຄົ້າ 4 ບໍລິສັດ ແຮ່ຄຳຕົກຂ້ອນ 6 ບໍລິສັດ ແລະ ແຮ່ຫາຍາກ 2 ບໍລິສັດ ລວມເນື້ອທີ່ທັງໝົດ 21.404 ເຮັກຕາ.

    ປັດຈຸບັນ (ວັນທີ 14 ມິຖຸນາ 2022) ມີ 18 ບໍລິສັດທີ່ໄດ້ສະເໜີແຜນການຈຳໜ່າຍຜະລິດຕະພັນແຮ່ເຫຼັກ ປະຈໍາປີ 2022 ທັງໝົດ 9.974.000 ໂຕນ ໃນນີ້ ມີ 9 ບໍລິສັດໄດ້ສະເໜີສົ່ງອອກຜະລິດຕະພັນແຮ່ເຫຼັກ ແລະ ໄດ້ອອກໜັງສືແຈ້ງການຈໍາໜ່າຍລວມຈໍານວນທັງໝົດ 515.000 ໂຕນ ໂດຍຈະສົ່ງໄປຈຳໜ່າຍຢູ່ ສສ ຫວຽດນາມ ແລະ ສປ ຈີນ ໄດ້ມອບພັນທະມອບເໝົາໃຫ້ລັດຖະບານຈຳນວນ 8.000.000 ໂດລາສະຫະ ລັດ ໄດ້ສົ່ງອອກແລ້ວ 81.609 ໂຕນ ລວມຈໍານວນທັງໝົດຂອງການສົ່ງອອກແຮ່ເຫຼັກ (ໃນຮູບແບບທົດລອງ) ມາຮອດວັນທີ 14 ມິຖຸນາ 2022 ແມ່ນ 133.607 ໂຕນ ສໍາລັບແຮ່ທາດອື່ນ ແມ່ນຍັງບໍ່ມີບໍລິສັດໃດສະເໜີແຜນການຈໍາໜ່າຍ.

    ລັດຖະບານໄດ້ເຊັນສັນຍາສໍາປະທານພັດທະນາບໍ່ແຮ່ໃນຮູບແບບທົດລອງ 50 ບໍລິສັດ (ຍັງບໍ່ທັນໄດ້ເຊັນສັນຍາ 7 ບໍລິສັດ ແຕ່ໄດ້ມີການຖອກພັນທະໃຫ້ກັບລັດຖະບານແລ້ວມີ 57 ບໍລິສັດ ໄດ້ຮັບພັນທະມອບເໝົາລ່ວງໜ້າຕົວຈິງ ຈາກໂຄງການທົດລອງ (ແຮ່ເຫຼັກ ຫີນມາໂບ ແຮ່ຄໍາເຄົ້າ ຄໍາຕົກຂ້ອນ ແລະ ແຮ່ຫາຍາກ) ທັງໝົດ 56 ບໍລິສັດ ຈໍານວນ 321.688.978.000 ກີບ ແລະ 35.157.200 ໂດລາສະຫະລັດ (ຍັງມີ 1 ບໍລິສັດທີ່ໄດ້ເຊັນສັນຍາແລ້ວ ແຕ່ຍັງບໍ່ທັນມອບພັນທະມອບເໝົາລ່ວງໜ້າໃຫ້ລັດຖະບານ) ນອກນັ້ນ ໄດ້ຮັບພັນທະຄ່າຊື້ສິດສຳປະທານໂຄງການແຮ່ທາດຫາຍາກ 4 ບໍລິສັດ ຈໍານວນ 17.500.000 ໂດລາສະຫະລັດ ລວມຈໍານວນເງິນທັງໝົດ 321.688.978.000 ກີບ ແລະ 52.657.200 ໂດລາສະຫະລັດ.

error: Content is protected !!