ກະຊວງການເງິນ ກຳລັງເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫຼ

    ປັດຈຸບັນ ຂະແໜງການເງິນ ກຳລັງເລັ່ງຄົ້ນຄວ້າກົນໄກ ແລະ ມາດຕະການເພີ່ມເຕີມ ເພື່ອແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານໃຫ້ຫຼຸດລົງໂດຍໄວ ເນື່ອງຈາກບັນຫາດັ່ງກ່າວເກີດສຽງສະທ້ອນເຖິງຄວາມເປັນຫວ່ງຈາກສະມາຊິກສະພາແຫ່ງຊາດ ກໍຄືສັງຄົມຫຼາຍສົມຄວນ.

    ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 15 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊີ້ແຈງຫຼາຍບັນຫາປີ່ນອ້ອມໃນຂົງເຂດວຽກງານການເງິນ ໂດຍສະເພາະ ບັນຫາການຮົ່ວໄຫຼຂອງງົບປະມານລັດ ເປັນປະເດັນໜຶ່ງທີ່ສໍາຄັນ ທີ່ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍຄືສັງຄົມມີຄວາມເປັນຫ່ວງ ແລະ ຢາກເຫັນມີການແກ້ໄຂຢ່າງເປັນຮູບປະທໍາ ແລະ ເຂັ້ມງວດ.

    ຕໍ່ບັນຫາດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ບັນຫາການຮົ່ວໄຫຼຂອງງົບປະມານແມ່ນຍັງມີຫຼາຍສົມຄວນ ເຖິງວ່າຜ່ານມາ ຂະແໜງການກ່ຽວຂ້ອງໄດ້ມີຄວາມພະຍາຍາມໃນການສະກັດກັ້ນດ້ວຍຫຼາຍວິທີ ແຕ່ກໍເຫັນວ່າແກ້ໄດ້ພຽງປາຍເຫດເທົ່ານັ້ນ ແນວໃດກໍຕາມ ປັດຈຸບັນ ກະຊວງການເງິນພວມວິເຄາະໄຈ້ແຍກບັນດາປາກົດການທີ່ເປັນຕົ້ນເຫດພາໃຫ້ເກີດການຮົ່ວໄຫຼຕ່າງໆ ເພື່ອມີມາດຕະການແກ້ໄຂໂດຍໄວ ນອກນີ້ ຈະເລັ່ງຫັນເປັນທັນສະໄໝ ໃນວຽກງານການເກັບລາຍຮັບງົບປະມານ ດໍາເນີນແຈ້ງພາສີແບບເອເລັກໂຕຣນິກໃຫ້ກວ້າງຂວາງ ເພື່ອບໍ່ໃຫ້ພະນັກງານ ແລະ ຜູ້ປະກອບການ ມີຊ່ອງວ່າງສາມາດສວຍໂອກາດຍົກເວັ້ນ ຫຼື ຫຼົບຫຼີກການເສຍພາສີ-ອາກອນ.

# ຂ່າວ – ພາບ: ລັດວລາ

error: Content is protected !!