ທຫລ ຢັ້ງຢືນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ

    ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປລ ລາວ (ທຫລ) ຖະແຫຼງຂ່າວວຽກງານການຄຸ້ມຄອງເງິນຕາຕ່າງປະເທດ ວັນທີ 15 ມິຖຸນາ 2022 ວ່າ: ອີງໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ – ເງິນຕາ ດັ່ງທີ່ພວກເຮົາເຫັນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ການເໜັງຕີງຂອງອັດຕາແລກປ່ຽນ ລາຄານໍ້າມັນ ຊຶ່ງບັນຫາດັ່ງກ່າວໃນສະພາບແວດລ້ອມຄືແນວນີ້ ທຸກຂະແໜງການ ທັງພາກລັດ ແລະ ທຸລະກິດ ໄດ້ພະຍາຍາມແກ້ໄຂບັນຫາດ້ວຍມາດຕະການຈຳນວນໜຶ່ງຢ່າງເໝາະສົມ ໂດຍສະເພາະມາດຕະການທີ່ທະນາຄານແຫ່ງ ສປປ ລາວ ພວມຈັດຕັ້ງປະຕິບັດ ໃນຂອບເຂດຂອງນະໂຍບາຍເງິນຕາ ແມ່ນສຸມໃສ່ປັບປຸງວຽກງານການຄຸ້ມຄອງເງິນຕາຕ່າງປະເທດ ການແລກປ່ຽນເງິນຕາ ການຊຸກຍູ້ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ ຫຼຸດຜ່ອນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ອື່ນໆ ດັ່ງທີ່ບັນດາທ່ານໄດ້ຮັບຟັງຈາກການລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄຽງຄູ່ກັນນີ້ ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ກໍປາກົດມີຄວາມເຂົ້າໃຈຂອງສັງຄົມທີ່ອາດຈະຄາດເຄື່ອນຈາກຄວາມເປັນຈິງ ແລະ ບໍ່ທັນເປັນເອກະພາບຢ່າງທົ່ວເຖິງ ບາງວິທີການໃນການຈັດຕັ້ງປະຕິບັດຕົວຈິງຂອງຂະແໜງການ ເຊິ່ງອາດຈະເກີດຈາກການສື່ສານປະຊາສຳພັນຂອງຂະແໜງການຍັງບໍ່ທັນມີປະສິດທິພາບ ແລະ ບໍ່ກວ້າງຂວາງເທົ່າທີ່ຄວນ ເປັນຕົ້ນ ເມື່ອບໍ່ດົນມານີ້ ກໍ່ມີການຮັບຮູ້ ແລະ ເຂົ້າໃຈຄາດເຄື່ອນ ກ່ຽວກັບແຈ້ງການສະບັບວັນທີ 9 ແລະ ວັນທີ 13 ມິຖຸນາ 2022 ຂອງ ທຄຕລ ກ່ຽວກັບການຖອນເງິນທີ່ໂອນຜ່ານລະບົບບໍລິການຮັບເງິນດ່ວນ Mone nram ຂ້າພະເຈົ້າ ໃນນາມກົມນະໂຍບາຍເງິນຕາ ຕາງໜ້າໃຫ້ທະນາຄານແຫ່ງ ສປປ ລາວ ຂໍປະຊາສຳພັນມາຍັງບັນດາທ່ານ ໃຫ້ເຂົ້າໃຈເປັນເອກະພາບວ່າ: ປັດຈຸບັນ ທະນາຄານທຸລະກິດ ກໍຄືລະບົບ Money gram ຍັງສືບຕໍ່ບໍລິການໃຫ້ພໍ່ແມ່ປະຊາຊົນ ສາມາດຖອນເງິນໄດ້ຕາມປົກກະຕິຄືຜ່ານມາ ແຈ້ງມາຍັງບັນດາທ່ານຊາບ ແລະ ໝັ້ນໃຈໃນຄວາມປອດໄພຂອງຊັບສິນ ກໍຄືເງິນຝາກຂອງທ່ານຢູ່ນຳລະບົບທະນາຄານຂອງພວກເຮົາ ຕິດພັນກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດທະນາຄານແຫ່ງ ສປປ ລາວ ທະນາຄານທຸລະກິດ ແລະ ບັນດາຂະແໜງ ການກ່ຽວຂ້ອງ ແມ່ນໄດ້ຈັດຕັ້ງປະຕິບັດໜ້າທີ່ຕາມບົດບາດຂອງໃຜລາວ ພາຍໃຕ້ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55 /ສພຊ ລົງວັນທີ 22 ທັນວາ 2015 ໃນນັ້ນ ມາດຕາ 15 ໄດ້ກຳນົດກ່ຽວກັບການເປີດບັນຊີ ແລະ ການນຳໃຊ້ເງິນຕາ 6 ໃນບັນຊີເງິນຝາກຢູ່ ສປປ ລາວ ຄື:ຜູ້ມີພູມລຳເນົາ ຢູ່ ສປປ ລາວ ສາມາດນຳເງິນກີບ ແລະ ເງິນຕາຕ່າງປະເທດທີ່ມີແຫຼ່ງທີ່ມາຖືກຕ້ອງ ຝາກເຂົ້າບັນຊີຂອງຕົນທີ່ເປີດໄວ້ນຳທະນາຄານທຸລະກິດ ຢູ່ ສປປ ລາວ ແລະ ເງິນໃນບັນຊີດັ່ງກ່າວ ສາມາດຖອນ ແລະ ຮັບດອກເບ້ຍຕາມປະເພດບັນຊີເງິນຝາກຂອງຕົນນຳທະນາຄານທຸລະກິດ. ສະນັ້ນ ອີງໃສ່ນິຕິກຳດັ່ງກ່າວຂ້າງເທິງ ທະນາຄານແຫ່ງ ສປປ ລາວ ຂໍຢັ້ງຢືນວ່າ ບັນດາທ່ານທີ່ມີເງິນຕາຕ່າງປະເທດຢູ່ໃນຄອບຄອງ ຍັງສາມາດເປີດບັນຊີເງິນຝາກ, ສາມາດຖອນ ໂອນ ຕາມປະເພດບັນຊີ ແລະ ສະກຸນເງິນທີ່ຕົນຄອບຄອງໄດ້ຕາມປົກກະຕິ ພ້ອມດຽວກັນນີ້ ຂ້າພະເຈົ້າຂໍແຈ້ງຂ່າວຕື່ມວ່າ ລັດຖະບານພວມກະກຽມຈະນໍາສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄຫມສາມັນເທື່ອທີ 3 ຊຸດທີ IX ໃນອີກບໍ່ພໍເທົ່າໃດວັນຂ້າງໜ້າ ຊຶ່ງຮ່າງກົດໝາຍດັ່ງກ່າວ ຍັງຄົງຮັກສາສິດໃນການຖືຄອງ ແລະ ນຳໃຊ້ເງິນຕາຕ່າງປະເທດ ຄືກັບສະບັບປັດຈຸບັນ ໃນໂອກາດນີ້ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນລາວທີ່ເປັນລູກຄ້າຂອງທະນາຄານທຸລະກິດ ມີຄວາມເຊື່ອໝັ້ນຕໍ່ການເຄື່ອນໄຫວຂອງລະບົບທະນາຄານ ບໍ່ຫຼົງເຊື່ອຕໍ່ກະແສຂ່າວທີ່ບໍ່ເປັນທາງການ ຫຼືມີຂໍ້ສົງໄສປະການໃດ ຂໍໃຫ້ປະສານຫາພາກສ່ວນກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງ ເພື່ອເຂົ້າໃຈໃຫ້ຖືກຕ້ອງ ປະກອບສ່ວນເຂົ້າໃນການປັບປຸງແກ້ໄຂວຽກງານຄຸ້ມຄອງມະຫາພາກຂອງລັດ ກໍຄືການເຄື່ອນໄຫວທຸລະກິດ ແລະ ເພື່ອຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຊີວິດການເປັນຢ່ ໃນກໍລະນີຫາກທ່ານມີຄໍາເຫັນ ມີຄຳຕຳນິຕິຊົມ ຫຼື ຕ້ອງການສົນໃຈຮູ້ບັນຫາໃດສະເພາະ ທ່ານສາມາດສົ່ງຄຳເຫັນໃນນາມສ່ວນຕົວ ຫຼື ໃນນາມການຈັດຕັ້ງມາຍັງຫ້ອງການທະນາຄານແຫ່ງ ສປປລາວ ຫຼື ກ່ອງຮັບຄຳເຫັນຕໍ່ ໜ້າສຳນັກງານ ທຫລ ພວກເຮົາຍິນດີຮັບຟັງ ແລະ ພ້ອມທີ່ຈະອະທິບາຍຊີ້ ແຈງໃນໂອກາດຕໍ່ໄປ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!