ລັດຖະບານຢືນຢັນ ນັບແຕ່ວັນທີ 20 ມິຖຸນາເປັນຕົ້ນໄປ ທົ່ວປະເທດຈະມີນໍ້າມັນຊົມໃຊ້ພຽງພໍ

    ນັບແຕ່ວັນຈັນ ທີ 20 ມິຖຸນາເປັນຕົ້ນໄປ ການຈຳໜ່າຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ຈະກັບເຂົ້າສູ່ສະພາວະປົກກະຕິ ເນື່ອງຈາກລັດຖະບານໄດ້ຕົກລົງເປີດໜັງສືສິນເຊື່ອໃຫ້ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈຳນວນ 200 ລ້ານລິດ ເພື່ອນຳມາຈຳໜ່າຍໃນເດືອນມິຖຸນາ ຫາເດືອນສິງຫາ 2022. 

    ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການແກ້ໄຂບັນຫານໍ້າມັນເຊື້ອໄຟ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດ IX ໃນວັນທີ 15 ມິຖຸນາ 2022 ເຊິ່ງທ່ານໄດ້ຕາງໜ້າໃຫ້ລັດຖະບານຊີ້ແຈງວ່າ: ຜ່ານການປືກສາຫາລືຂອງລັດຖະບານ ໄດ້ຕົກລົງແກ້ໄຂບັນຫາການສະໜອງນ້ຳມັນໃນຂອບເຂດທົ່ວປະເທດ ໂດຍລັດຖະບານໄດ້ຕົກລົງເປີດໜັງສືສິນເຊື່ອໃຫ້ລັດວິສາຫະກິດນ້ຳມັນເຊື້ອໄຟລາວຈຳນວນ 200 ລ້ານລິດ ເພື່ອສະໜອງນ້ຳມັນຕັ້ງແຕ່ເດືອນມິຖຸນາ ຫາເດືອນສິງຫາ ໂດຍຢືນຢັນວ່າ ນັບແຕ່ວັນຈັນ ທີ 20 ມິຖຸນາເປັນຕົ້ນໄປ ການສະໜອງນ້ຳມັນຈະເຂົ້າສູ່ສະພາບປົກະຕິໃນຂອບເຂດທົ່ວປະເທດ. 

    ໃນໄລຍະຜ່ານມາ ລັດຖະບານໄດ້ພະຍາຍາມຫາທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນໃນຍາມທີ່ລາຄານ້ຳມັນໃນຕະຫຼາດໂລກເພີ່ມສູງຂຶ້ນ ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕັດສິນໃຈປັບຫຼຸດອາກອນຊົມໃຊ້ລົງ ຊຶ່ງຄັ້ງທຳອິດປັບອາກອນຊົມໃຊ້ແອັດຊັງທຳມະດາລົງຈາກ 31% ມາເປັນ 16% ສ່ວນກາຊວນ ປັບຫຼຸດຈາກ 21% ມາເປັນ 11% ແຕ່ກໍບໍ່ສາມາດດັດສົມໄດ້ ເນື່ອງຈາກອັດຕາແລກປ່ຽນເໜັງຕີງຂຶ້ນຫຼາຍ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດອີກຄັ້ງ ຈະປັບຫຼຸດອາກອນຊົມໃຊ້ລົງອີກ. 

    ທ່ານ ກ່າວອີກວ່າ: ການປັບຫຼຸດອາກອນຊົມໃຊ້ລົງລັດຖະບານ ໄດ້ຊ່ວຍເຫຼືອປະຊາຊາຊົນໃນການຊົມໃຊ້ນໍ້າມັນເກືອບ 5 ພັນກີບຕໍ່ລິດ ສຳລັບແອັດຊັງທຳມະດາ ແລະ 4 ພັນກວ່າກີບຕໍ່ລິດ ສຳລັບນ້ຳມັນກະຊວນ.

error: Content is protected !!