ທ່ານຮອງນາຍົກລັດຖະມົນຕີ ຊີ້ນໍາວຽກງານຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ

    ວັນທີ 14 ມິຖຸນາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.

    ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ ໄດ້ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດໃນໄລຍະຜ່ານມາ ເຫັນວ່າແຂວງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມພາລະບົດບາດ ສິດ-ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໃນໄລຍະປີ 2021-2022 ໄດ້ເຄື່ອນໄຫວຕິດຕາມ ກວດກາເຫດການຕ່າງໆຢ່າງເປັນປົກກະຕິ ຕິດພັນກັບວຽກງານໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ ວຽກງານຕ້ານການຄ້າມະນຸດຢູ່ບັນດາເມືອງ ບ້ານເປົ້າໝາຍ ແລະ ສະຖານການສຶກສາຕ່າງໆ ບັນດາຂະແໜງ ການກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການດຳເນີນຄະດີຄວາມຕາມຂະບວນການຍຸຕິທໍາ ຖືກຕ້ອງຕາມກົດໝາຍ ລະບຽບການ ແລະ ມີຄວາມໂປ່ງໃສ.

    ຜ່ານການຮັບຟັງລາຍງານສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຂອງແຂວງໃນໄລຍະຜ່ານມາ ເຫັນວ່າວຽກງານດັ່ງກ່າວໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ມີຜົນສໍາເລັດຫຼາຍດ້ານ ເປັນການປະກອບສ່ວນສໍາຄັນເຂົ້າໃນການປົກປ້ອງ ຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ກຸ່ມສ່ຽງ ເຖິງວ່າຈະມີຜົນສໍາເລັດຫຼາຍດ້ານ ແຕ່ກໍຍັງມີບັນຫາທີ່ຍັງຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ເຊິ່ງທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງດັ່ງກ່າວ ແລະ ວາງແຜນການໃນຕໍ່ໜ້າ ເປັນຕົ້ນ ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດເປັນພັນທະ ເປັນໜ້າທີ່ການເມືອງຂອງທຸກພາກສ່ວນ ພ້ອມທັງກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງຄະນະພັກແຕ່ລະຂັ້ນຕ້ອງເປັນເຈົ້າການນໍາພາ ເພື່ອແກ້ໄຂ ສືບຕໍ່ສຸມໃສ່ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III (2021-2025) ມາເປັນແຜນງານ ໂຄງການ ກິດຈະກໍາຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ກາຍເປັນຂະບວນການລວມ ຄືກັນກັບ 2 ວາລະແຫ່ງຊາດ ແລະ ບັນຫາອື່ນໆ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!