ຮອງເຈົ້າຄອງ ນວ ພົບປະຮອງປະທານຄະນະກຳມະການປະຊາຊົນແຂວງແຄັງຮວ່າ

    ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມເທສະການທ່ອງທ່ຽວທະເລ ຍາຈາງ ແຂວງແຄັງຮວ່າ ສສ ຫວຽດນາມ ວັນທີ 14-18 ມິຖຸນາ 2022 ທ່ານ ພູວົງ ວົງຄໍາຊາວ ຄະນະປະຈໍາພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ກໍໄດ້ເຂົ້າພົບປະກັບທ່ານ ເລ ຮິວ ຮວ່າງ ຄະນະປະຈຳພັກ ຮອງປະທານຄະນະກຳມະການປະຊາຊົນແຂວງແຄັງຮວ່າ ຜູ້ປະຈຳການ ພ້ອມຄະນະ ວັນທີ 15 ມິຖຸນາ 2022 ຢູ່ສໍານັກງານຄະນະກຳມະການປະຊາຊົນແຂວງດັ່ງກ່າວ.

    ໂອກາດນີ້ ທ່ານ ພູວົງ ວົງຄໍາຊາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກທ່ານ ເລ ຮິວ ຮວ່າງ ພ້ອມຄະນະ ພ້ອມທັງສະແດງຄວາມຂອບໃຈທີ່ຄະນະພັກ ອົງການປົກຄອງແຂວງແຄັງຮວ່າ ທີ່ໄດ້ເຊີນອົງການປົກຄອງ ນວ ມາເຂົ້າຮ່ວມເທສະການທ່ອງທ່ຽວທະເລ ຍາຈາງ ປີ 2022 ໃນຄັ້ງນີ້ ເຊິ່ງງານດັ່ງກ່າວ ນອນຢູ່ໃນກິດຈະກໍາໜຶ່ງໃນການສະເຫຼີມສະຫຼອງສອງວັນປະຫວັດສາດລະຫວ່າງສອງຊາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຄົບຮອບ 45 ປີ ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະເພາະນະຄອນຫຼວງວຽງຈັນ ແລະ ແຂວງແຄັງຮວ່າ ໃຫ້ເຕີບໃຫຍ່ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມນີ້ ທ່ານຮອງເຈົ້າຄອງ ນວ ຍັງໄດ້ລາຍງານສະເພາບການພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ ນວ ໂດຍສະເພາະ ດ້ານເສດຖະກິດ ແລະ ການທ່ອງທ່ຽວ ການພັດທະນາຕົວເມືອງ ການຮ່ວມມືກັບຕ່າງປະເທດ ກໍຄືມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19  ໃຫ້ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງແຄັງຮວ່າ ຜູ້ປະຈຳການ ແລະ ຄະນະ ໄດ້ຮັບຊາບ ພ້ອມນີ້ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບບັນຫາສໍາຄັນຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈ.

    ເພື່ອສືບຕໍ່ການຮ່ວມມືລະຫວ່າງສອງຝ່າຍໃນຕໍ່ໜ້າ ທ່ານຮອງເຈົ້າຄອງ ນວ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອພົບປະ ແລະ ຢ້ຽມຢາມເຊິ່ງກັນ ແລະ ກັນ ສະເໜີໃຫ້ສອງທ້ອງຖິ່ນສືບຕໍ່ແລກປ່ຽນບົດຮຽນກັນ ເພື່ອໃຫ້ ນວ ໄດ້ຖອດຖອນບົດຮຽນໃນການພັດທະນາແຫຼ່ງທ່ອງທ່ຽວ ກໍຄືວິທີການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວຈາກແຂວງແຄັງຮວ່າ ທີ່ມີບົດຮຽນ ແລະ ປະສົບການຫຼາຍ ສ້າງເງື່ອນໄຂເພື່ອຊຸກຍູ້ພາກທຸລະກິດ ນວ ແລະ ແຂວງແຄັງຮວ່າ ໄດ້ຮ່ວມມືກັນ ເປັນຕົ້ນ ການເຊື່ອມໂຍງທຸລະກິດບໍລິການທ່ອງທ່ຽວ ແລະ ສະເໜີໃຫ້ຄົ້ນຄວ້າຄວາມເປັນໄປໄດ້ເພື່ອນໍາເອົາຜະລິດຕະພັນທ້ອງຖິ່ນຂອງ ນວ ໄປຈໍາໜ່າຍຢູ່ແຂວງແຄັງຮວ່າ ກໍຄືນໍາເອົາຜະລິດຕະພັນທ້ອງຖິ່ນຂອງແຂວງແຄັງຮວ່າ ໄປຈໍາໜ່າຍຢູ່ ນວ ຕື່ມອີກ.

error: Content is protected !!