ສ້າງຄວາມເຂົ້າໃຈວຽກງານໂຄສະນາ-ປາຖະກະຖາໃຫ້ນາຍຕຳຫຼວດ

    ກົມໂຄສະນາ ແລະ ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຄັ້ງທີ V ໃຫ້ແກ່ພະນັກງານນໍາພາຄຸ້ມຄອງອ້ອມຂ້າງກະຊວງ ວັນທີ 13 ມີຖຸນາ 2022 ທີ່ສະໂມສອນໂຮງຮຽນທິດສະດີການເມືອງ ປກສ ເປັນປະທານຂອງທ່ານ ພົນຈັດຕະວາ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງປ້ອງກັນຄວາມສະຫງົບ ມີທ່ານນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ທ່ານນາງ ແສງຕານ ແກ້ວອິນດາປີງ ຫົວໜ້າກົມສັງລວມ ມີຫົວໜ້າຫ້ອງການເມືອງ ຮອງຫົວໜ້າຫ້ອງການ ແລະ ມີນາຍພົນຕໍາຫຼວດທີ່ມາຈາກ 17 ກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

    ຊຸດເຝິກອົບຮົມຄັ້ງນີ້ ແມ່ນແນໃສ່ບຸກທະລຸທາງດ້ານຈິນຕະນາການຂອງວຽກງານແນວຄິດ ເພື່ອຍົກລະດັບຄວາມຮູ້ໃນວິທີການໂຄສະນາດ້ວຍປາກ ໃຫ້ກັບບັນດານາຍຕໍາຫຼວດຂັ້ນນໍາພາ-ບັນຊາກົມກອງອ້ອມຂ້າງ ປກສ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ມີຄວາມເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຄສະນາ-ປາຖະກະຖາໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຜົນດີໃນຕໍ່ໜ້າ ແລະ ຈະໄດ້ຮຽນຮູ້ກ່ຽວກັບການເຄື່ອນໄຫວຂອງວຽກງານໂຄສະນາ ເຊິ່ງປະກອບມີ 5 ບົດຄື  ຄວາມຮູ້ພື້ນຖານຂອງວຽກງານໂຄສະນາ ຄຸນລັກສະນະ ສີລະປະໃນການປາກເວົ້າ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ ວິທີການເກັບກໍາ ການນໍາໃຊ້ຫາງສຽງເຂົ້າໃນວຽກງານການເມືອງ-ແນວຄິດ ວ່າດ້ວຍລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ຊຸດເຝິກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມ 55 ສະຫາຍ ຍິງ 10 ສະຫາຍ ໄດ້ດຳເນີນໄປເປັນເວລາ 5 ວັນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!