ປະເມີນຜົນການຈັດຕັ້ງປະຕິບັດ ໂຄງການພັດທະນາເຄືອຂ່າຍເຝົ້າລະວັງພະຍາດສັດປ່າ

    ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການອະນຸຮັກສັດປ່າ ປະຈໍາ ສປປ ລາວ (WCS) ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການພັດທະນາເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ ‘WildHealthNet’ ແຕ່ປີ 2019-2022 ທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ສະຫະລັດອາເມຣິກາ ເປັນປະທານຮ່ວມຂອງທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ແລະ ທ່ານ ປອ ສັນຕິ ໄຊປັນຍາ ຫົວໜ້າອົງການອະນຸຮັກສັດປ່າປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກສະຖານທູດອາເມຣິກາ ກະຊວງ ກົມ ຫ້ອງການ ພະແນກ ອົງການຈັດຕັ້ງສາກົນກ່ຽວຂ້ອງເຂົ້າຮ່ວມ.

    ໃນປີ 2019 ອົງການອະນຸຮັກສັດປ່າ (WCS) ແລະ ຄູ່ຮ່ວມງານພາກລັດຖະບານ ໄດ້ເລີ່ມທົດລອງລະບົບເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ‘WildHealthNet’ ລະບົບດັ່ງກ່າວໄດ້ຮັບການພັດທະນາຂຶ້ນຈາກຄວາມພະຍາຍາມຜ່ານມາ ທີ່ກ່ຽວຂ້ອງກັບແນວຄວາມຄິດສຸຂະພາບໜຶ່ງດຽວ ‘One Health’ ຢູ່ປະເທດຫວຽດນາມ ລາວ ແລະ ກຳປູເຈຍ ແນວຄວາມຄິດລິເລີ່ມຢູ່ພາກພື້ນດັ່ງກ່າວ ໄດ້ຜັກດັນໃຫ້ລັດຖະບານຂອງແຕ່ລະປະເທດ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ໂດຍເລັງໃສ່ການເຝົ້າລະວັງພະຍາດ ແລະ ການຕາຍຂອງສັດປ່າຢູ່ໃນຂອບເຂດ ແລະ ບໍລິເວນອ້ອມຂ້າງປ່າສະຫງວນ.

    ເຄືອຂ່າຍການເຝົ້າລະວັງພະຍາດສັດປ່າທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຢູ່ ສປປ ລາວ ໄດ້ເຊື່ອມໂຍງຜູ້ທີ່ມີການປະເຊີນໜ້າກັບສັດປ່າ ລວມມີ ນາຍພານ ຊາວບ້ານ ແລະ ພະນັກງານຢູ່ສູນຊ່ວຍເຫຼືອສັດປ່າ ກັບນັກວິທະຍາ ສາດຜູ້ມີສິດອໍານາດໃນການຕັດສິນ ແລະ ບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງ ທີ່ສາມາດດໍາເນີນການໃນການວິເຄາະສະຖານະການພະຍາດທີ່ອາດເປັນໄພຂົ່ມຂູ່ ແລະ ຫາແນວທາງປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ໂຄງການໄດ້ເລັງໃສ່ການເຊື່ອມໂຍງຍຸດທະສາດເຫຼົ່ານີ້ ເຂົ້າກັບບັນດາແຜນນະໂຍບາຍຂອງລັດຖະບານທີ່ມີຢູ່ແລ້ວ ເພື່ອປັບປຸງວຽກງານເຝົ້າລະວັງພະຍາດສັດປ່າໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງ ວຽກງານການເຝົ້າລະວັງນີ້ ມີຄວາມສໍາຄັນຫຼາຍ ເຊິ່ງເປັນໜຶ່ງໃນບັນດາຍຸດທະສາດຫຼັກຂອງອົງການອະນຸຮັກສັດປ່າ WCS ແລະ ລັດຖະບານແຫ່ງ ສປປ ລາວ ເພື່ອປົກປັກຮັກສາຊັບພະຍາກອນສັດປ່າຂອງປະເທດ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ທີ່ສັດປ່າອາດເປັນແຫຼ່ງຖືເຊື້ອ ເນື່ອງຈາກການເຝົ້າລະວັງພະຍາດ ເຮັດໃຫ້ສາມາດກຳນົດໄພຂົ່ມຂູ່ທີ່ເກີດໃໝ່ ຕໍ່ກັບສັດປ່າ ແລະ ຖິ່ນອາໄສຂອງພວກມັນ.

    ອີງຕາມຜົນສໍາເລັດຂອງໂຄງການທົດລອງນີ້ ສປປ ລາວ ຈະສືບຕໍ່ຂະຫຍາຍເຄືອຂ່າຍການເຝົ້າລະວັງພະຍາດສັດປ່າໃນຂອບເຂດທົ່ວປະເທດ ການເພີ່ມຂີດຄວາມສາມາດແຫ່ງຊາດໃນການເຝົ້າລະວັງ ແລະ ຮັບມືກັບພະຍາດສັດປ່າທີ່ໄດ້ຮັບຜົນສໍາເລັດ ໂດຍຜ່ານແນວຄວາມຄິດລິເລີ່ມນີ້ ຈະສະໜັບສະໜູນລັດຖະບານ ສປປ ລາວໃນການບັນລຸເປົ້າໝາຍຍຸດທະສາດ ເພື່ອຕ້ານໄພຂົ່ມຂູ່ຂອງພະຍາດຕິດຕໍ່ທີ່ເກີດຂຶ້ນໃໝ່ ຕໍ່ກັບສາທາລະນະສຸກ ຊີວະນາໆພັນ ການພັດທະນາ ແລະ ຄວາມໝັ້ນຄົງຂອງພາກພື້ນ.

error: Content is protected !!