ປະທານປະເທດ ຢ້ຽມ​ຢາມ ແລະ ຊຸກ​ຍູ້​ການ​ຜະ​ລິດ​ຢູ່​ແຂວງວຽງ​ຈັນ

    ໃນວັນທີ 14 ມິຖຸນາ 2022 ​ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ເພື່ອຊຸກຍູ້ພື້ນຖານການຜະລິດປູກຝັງ-ລ້ຽງສັດ ສະຖານີບໍລິການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວຕາມເສັ້ນທາງວົງແຫວນ ເມືອງວັງວຽງ ແຂວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ມີທ່ານເຈົ້າເມືຶອງທຸລະຄົມ ພ້ອມຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ຄະ​ນະ​ ໄດ້ໄປຢ້ຽມຢາມການລ້ຽງສັດຢູ່ຟາມງົວຊີ້ນ ນ້ຳເພັດຈະເລີນຊັບ ໂດຍການຕ້ອນຮັບຂອງທ່ານ ໂຕ່ຊີ້ງ ແສງພະຈັນ ປະທານບໍລິສັດ ນໍ້າເພັດຈະເລີນຊັບ ໃນໂອກາດນີ້ ທາງຄະນະຮັບຜິດຊອບຂອງບໍລິສັດດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ຟາມລ້ຽງງົວຊີ້ນນໍ້າເພັດຈະເລີນຊັບ ແມ່ນຟາມລ້ຽງງົວພັນຊີ້ນສາຍເລືອດ 100% ສ້າງຕັ້ງຂຶ້ນໃນປີ 2019 ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ຟາມດັ່ງກ່າວຕັ້ງຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ມີເນື້ອທີ່ 12 ເຮັກຕາ ໃນນີ້ ໄດ້ແບ່ງອອກເປັນເນື້ອທີ່ຫ້ອງການ-ສຳນັກງານ ເຮືອນຮົ່ມປູກຜັກອິນຊີແບບໄຮໂດຣໂປນິກ 18 ຫຼັງ ໜອງປາ 8 ໜອງ ປັດຈຸບັນ ຟາມລ້ຽງງົວຊີ້ນນ້ຳເພັດຈະເລີນຊັບ ມີງົວທັງໜົດ 288 ໂຕ ດ້ານການລົງທຶນ ມີມູນຄ່າ 21 ຕື້ກີບ ແລະ ມີແຜນເພີ່ມ ໃຫ້ບັນລຸ 205 ຕື້ກີບ ເພີ່ມເນື້ອທີ່ຈາກ 12 ເຮັກຕາ ປັດຈຸບັນ ໃຫ້ບັນລຸ 120 ເຮັກຕາ ເພີ່ມແມ່ພັນ 1.200 ແມ່ ຫຼື ສ້າງຝູງງົວຈາກທີ່ມີປັດຈຸບັນ ໃຫ້ບັນລຸ 2.700 ໂຕ ທອມງົວເພື່ອການຜະລິດຊີ້ນງົວຄຸນນະພາບສູງທົດແທນການນຳເຂົ້າ 2.000 ໂຕຕໍ່ປີ ຈຳໜ່າຍພໍ່ພັນ ແມ່ພັນງົວທີ່ດີບໍ່ຕ່ຳກວ່າ 800 ໂຕຕໍ່ປີ ຜະລິດ ແລະ ຈໍາໜ່າຍນ້ຳເຊື້ອງົວພັນດີ ສະໜອງໃຫ້ແກ່ຊາວກະສິກອນທົ່ວປະເທດ ແລະ ຄາດຄະເນຈະສາມາດຜະລິດງົວໃນລະດັບ 29.428 ໂຕ ໃນ 10 ປີ ຄິດເປັນນໍ້າໜັກສັດບໍ່ຕໍ່າກວ່າ 20.500 ໂຕນ ເປັນມູນຄ່າປະມານ 700 ຕື້ກີບ.

    ຈາກນັ້ນ ທ່ານ ທອງ​ລຸນ ສີ​ສຸ​ລິດ ພ້ອມຄະນະ ໄດ້ໄປຢ້ຽມຢາມຄອບຄົວຕົວແບບປູກໝາກແຕງເມລ່ອນ ຢູ່ບ້ານໄຮຢ່ອນ ຄຸ້ມສະຝື້ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງເປັນຄອບຄົວຂອງ ທ້າວ ວິໄລພອນ ອິນທະວົົງ ໄດ້ເລີ່ມທົດລອງປູກມາແຕ່ຕົ້ນປີ 2018 ດ້ວຍທຶນຕົນເອງ ເບື້ອງ​ຕົ້ນໃຊ້ເງິນ 2 ລ້ານກີບ ແລະ ທົດລອງປູກແບບໃຊ້ໄມ້ໄຜ່ເປັນໂຄງປູກ ແລະ ມາຮອດ ປີ 2021 ໄດ້ຂະຫຍາຍໂຮງເຮືອນອອກເປັນ 15 ຫຼັງ ສະເລ່ຍຫຼັງໜຶ່ງມີມູນຄ່າປະມານ 35 ລ້ານກີບ ສ່ວນການຂາຍຜົນຜະລິດສະເລ່ຍ ເດືອນລະ 2 ພັນກິໂລກຣາມ ຂາຍສົ່ງກິໂລລະ 20.000 ກີບ ປັດຈຸບັນໄດ້ມີ 3 ຄອບຄົວພາຍໃນເມືອງມາຖອດຖອນບົດຮຽນໃນການປູກໝາກແຕງເມລ່ອນ ຈາກນັ້ນ ກໍໄດ້ໄປຢ້ຽມຢາມຊຸກຍູ້ ແລະ ໃຫ້ກໍາລັງໃຈຜູ້ປະກອບການທຸລະກິດການປູກຝັງ-ລ້ຽງສັດ ທີ່ພູເພັດຟາມ ຢ້ຽມຢາມສາງພັກສິນຄ້າ ແລະ ສະຖານີບໍລິການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວຕາມເສັ້ນທາງວົງແຫວນ ເມືອງວັງວຽງ ແຂວງວຽງຈັນ ແລະ ຢ້ຽມຢາມ ພື້ນຖານການຜະລິດຂອງຜູ້ປະກອບການ ແລະ ປະຊາຊົນ ຢູ່ເມືອງທຸລະຄົມ ແລະ ເມືອງວັງວຽງ ຕຶ່ມອີກ.


# ບຸນມີ ສີວິໄລ – ລາຍງານ

error: Content is protected !!