ສ້າງຄວາມເຂັ້ມແຂງກ່ຽວກັບການວາງແຜນທຸລະກິດ ການເງິນ ແລະ ການບັນຊີ

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດເຝິກອົບຮົມຄູເຝິກ (TOT) ໃນຫົວຂໍ້ “ການວາງແຜນທຸລະກິດ ການວາງແຜນການເງິນ ແລະ ການບັນຊີ” ໃນລະຫວ່າງວັນທີ 13-17 ມິຖຸນາ 2022 ທີ່ແຂວງຈຳປາສັກ ເປັນປະທານຂອງທ່ານ ເພັດສາຄອນ ຄໍາສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ມີສໍາມະນາກອນຈາກກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ພະແນກອຸດສາຫະກໍາ-ການຄ້າ ແຂວງຄໍາມວ່ນ ສະຫັວນນະເຂດ ສາລະວັນ ເຊກອງ ຈາກບໍລິສັດທີ່ປຶກສາ (BDSP) ສະຖາບັນການເງິນຈຸລະພາກ ວິທະຍາໄລ ແລະ ສະຖາບັນການສຶກສາເຂົ້າຮ່ວມ.

    ການເຝິກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ສະໜອງບໍລິການພັດທະນາທຸລະກິດພາຍໃນແຂວງເປົ້າໝາຍ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການນໍາໃຊ້ປຶ້ມຄູ່ມືດັ່ງກ່າວເຂົ້າໃນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຊຸດເຝິກອົບຮົມໃນຄັ້ງນີ້ ແມ່ນໜຶ່ງໃນກິດຈະກໍາຂອງໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີແຜນທຸລະກິດ ແລະ ແຜນການນໍາໃຊ້ເງິນເພື່ອດໍາເນີນທຸລະກິດໃຫ້ມີຜົນກໍາໄລ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ພ້ອມກັນນັ້ນ ກໍເປັນການສ້າງຄວາມພ້ອມ ແລະ ອຳນວຍຄວາມສະດວກໃຫ້ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ໂດຍສະເພາະແມ່ນຢູ່ທ້ອງຖິ່ນ ໄດ້ເຂົ້າເຖິງການບໍລິການວິຊາການພັດທະນາທຸລະກິດໃນດ້ານດັ່ງກ່າວ ເພື່ອໃຫ້ເຂົາເຈົ້າສາມາດສ້າງເງື່ອນໄຂເຂົ້າເຖິງແຫຼ່ງທຶນ ໂດຍສະເພາະແມ່ນພາຍໃຕ້ບ້ວງທີ່ລັດຖະບານຈັດສັນໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ປ່ອຍຜ່ານທະນາຄານທີ່ເຂົ້າຮ່ວມໂຄງການ ແລະ ເປັນຫົວໜ່ວຍ MSME ທີ່ນອນຢູ່ໃນຂະແໜງການບູລິມະສິດທີ່ໄດ້ຮັບການສົ່ງເສີມຄື ຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ ຂະແໜງຫັດຖະກໍາ ຂະແໜງກະສິກໍາ ປູກຝັງ ລ້ຽງສັດ ແລະ ຂະແໜງທ່ອງທຽ່ວ ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ ຈຶ່ງຈໍາເປັນຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ບຸຄະລາກອນຂອງພາກສ່ວນທີ່ກຽ່ວຂ້ອງທີ່ເຮັດໜ້າທີບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດທັງພາກລັດ ແລະ ພາກທຸລະກິດໄດ້ຮຽນຮູ້ ແລະ ເຂົ້າໃຈກຽ່ວກັບການວາງແຜນທຸລະກິດ ການວາງແຜນການເງິນ ແລະ ການບັນຊີເງິນສົດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!