ທ່ານເຈົ້າຄອງ ນວ ລົງຢ້ຽມຢາມໂຮງຮຽນມັດທະຍົມສົມບູນນາຄວາຍ

    ວັນທີ 13 ມິຖຸນາ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຮງຮຽນມັດທະຍົມສົມບູນນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ຄຳມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ທ່ານ ຄຳຫຼ້າ ສົມສາຍ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນນາຄວາຍ ພ້ອມດ້ວຍບັນດາຄູ-ອາຈານ ແລະ ນ້ອງນັກຮຽນ.

    ທ່ານ ຄຳຫຼ້າ ສົມສາຍ ໄດ້ຂຶ້ນຜ່ານແຜນພັດທະນາການສຶກສາປະຈຳສົກຮຽນ 2021-2022 ຂອງໂຮງຮຽນມັດທະຍົມສົມບູນນາຄວາຍ ໄລຍະ 1 ປີຜ່ານມາ ເຊິ່ງໂຮງຮຽນ ມສ ນາຄວາຍ ເປັນໂຮງຮຽນຂອງລັດ ດຳເນີນການຮຽນ-ການສອນຕາມຫຼັກສູດໂຄງການຂອງກະຊວງສຶກສາທິການ ແລະ ກີລາວາງອອກ ພາຍໃຕ້ການຊີ້ນຳ-ນຳພາຕາມແຜນການພັດທະນາສຶກສາຂອງພະແນກສຶກສາທິການ ແລະ ກີລາ ນວ ກໍຄືຫ້ອງການສຶກສາທິການ ແລະ ກີລາເມືອງໄຊເສດຖາ ປະຕິບັດຕາມ 3 ຂໍ້ແຂ່ງຂັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາແຫ່ງຊາດ ປັດຈຸບັນ ມີນັກຮຽນແຕ່ຊັ້ນ ມ  1- ມ7 ທັງໝົດ 854 ຄົນ ຍິງ 457 ຄົນ ມີຄູ-ອາຈານທັງໝົດ 27 ຄົນ ຍິງ 17 ຄົນ ໃນນັ້ນ ມີຄູອາສາສະໝັກ 2 ຄົນ ຍິງ 1 ຄົນ ໂຮງຮຽນປະກອບມີ 6 ອາຄານ ໃຊ້ເປັນຫ້ອງການ 5 ຫ້ອງ ຫ້ອງສະໝຸດ 1 ຫ້ອງ ຫ້ອງຮຽນຄອມພິວເຕີ 1 ຫ້ອງ ຫ້ອງສາງໄວ້ເຄື່ອງ 1 ຫ້ອງ ແລະ ໃຊ້ເປັນຫ້ອງຮຽນຈຳນວນ 19 ຫ້ອງ. ການຈັດຕັ້ງປະຕິບັດວຽກງານໃນສົກຮຽນ 2021-2022 ໂຮງຮຽນ ມສ ນາຄວາຍ ໄດ້ຈັດຕັ້ງການສອບຄັດເລືອກເອົານັກຮຽນເກັ່ງໃນ 4 ວິຊາຂອງຊັ້ນ ມ 4 ແລະ ມ 7 ໄດ້ 16 ຄົນ ແລະ ໄດ້ຈັດຕັ້ງບຳລຸງໃຫ້ນັກຮຽນເກັ່ງຂັ້ນໂຮງຮຽນຈຳນວນ 5 ອາທິດຕິດຕໍ່ກັນ ແລະ ຮ່ວມໂມງສອນນິເທດພາຍໃນ ສຳເລັດທຸກວິຊາ ທຸກຊັ້ນຮຽນ ແລະ ໄດ້ສົ່ງນັກຮຽນເຂົ້າສອບເສັງຄັດເລືອກນັກຮຽນເກັ່ງໄດ້ອັນດັບ 1 ຂັ້ນເມືອງ ວິຊາ ຄະນິດສາດ ໄດ້ອັນດັບ 3 ວິຊາເຄມີ ແລະ ໄດ້ອັນດັບ 2 ຂັ້ນນະຄອນຫຼວງ ວິຊາຄະນິດສາດ.

    ໃນໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ແບບແຜນການນຳພາ ແລະ ແຜນການຮຽນການສອນຂອງໂຮງຮຽນໃນໄລຍະຜ່ານມາ ພ້ອມກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ໂຮງຮຽນ ມສ ນາຄວາຍ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳວຽກງານການສຶກສາຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງຈິງຈັງ ໂດຍການລົງຕິດຕາມກວດກາ ຊຸກຍູ້ສົ່ງເສີມການບໍລິຫານຄຸ້ມຄອງຂອງຜູ້ບໍລິຫານໂຮງຮຽນແຕ່ລະຂັ້ນຢ່າງໃກ້ຊິດ ປະສານສົມທົບກັບອົງການປົກຄອງເມືອງ ພະແນກສຶກສາທິການ ແລະ ກິລາ ນວ ເພື່ອຄົ້ນຄ້ວາໃຫ້ທິດນຳໃນການຈັດຕັ້ງປະຕິບັດວຽກງານ ແລະ ຊຸກຍູ້ສົ່ງເສີມຄູ-ອາຈານ ແລະ ນ້ອງນັກຮຽນໃຫ້ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ຂອງຕົນ ແນໃສ່ພັດທະນາການສຶກສາ ເຮັດໃຫ້ການສຶກສາມີຄຸນນະພາບເທົ່າທຽມກັບສາກົນເທື່ອລະກ້າວ ໃນຕອນທ້າຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ມອບເຄື່ອງອຸປະກອນການແພດໃຫ້ແກ່ໂຮງຮຽນ ມສ ນາຄວາຍ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະກອບມີ: ເຄື່ອງກວດໂຄວິດ-19 ຈຳນວນ 1.280 ອັນ (2 ແກັດ) ເຄື່ອງວັດແທກອຸນຫະພຸມ (ແບບພົກພາ) ຈຳນວນ 20 ເຄື່ອງ ເຈວລ້າງມື ຈຳນວນ 20 ແກັດ (320 ຕຸກ) ຜ້າປິດປາກ-ດັງ ຈຳນວນ 4.000 ຫໍ່ (10 ແກັດ) ພ້ອມເງິນຈຳນວນ 5 ລ້ານກີບ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!